WB ຄາດຄະເນວ່າ ລະດັບການເຕີບໂຕລວມຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ໃນປີ 2022 ຈະບັນລຸ 7,2% ບົນພື້ນຖານຄວາມຕ້ອງການພາຍໃນປະເທດໄດ້ຮັບການຟື້ນຟູຢ່່າງແຮງ ແລະການເຄື່ອນໄຫວປຸງແຕ່ງ, ປະດິດແຕ່ງຕາມທິດສົ່ງອອກສືບຕໍ່ໄດ້ຮັບການພັດທະນາຢ່າງເຂັ້ມແຂງ.

leftcenterrightdel
WB ຄາດຄະເນວ່າ ເສດຖະກິດຂອງຫວຽດນາມ ຈະມີການເຕີບໂຕ 7,2% ໃນປີ 2022. ພາບປະກອບຄັດຈາກ ສຳນັກຂ່າວສານຫວຽດນາມ.

ເຖິງຢ່າງໃດກໍ່ຕາມ, WB ກໍ່ຕັກເຕືອນວ່າ ໃນໄລຍະຈະມາເຖິງຈະເກີດຄວາມສ່ຽງຫຼາຍຢ່າງຕໍ່ກັບພື້ນຖານເສດຖະກິດຫວຽດນາມ, ໃນນັ້ນມີຄວາມກົດດັນເກີດໄພເງິນເຟີ້ທົ່ວໂລກ. ກ່ອນໜ້ານີ້ໜຶ່ງອາທິດ, ທະນາຄານພັດທະນາອາຊີ (ADB) ຕີລາຄາວ່າ ພື້ນຖານເສດຖະກິດຫວຽດນາມ ໄດ້ຮັບການຟື້ນຟູໂດຍໄວ. ADB ຄາດຄະເນວ່າ ລະດັບການເຕີບໂຕ GDP ຂອງຫວຽດນາມ ໃນປີ 2022 ຈະບັນລຸໄດ້ 6,5%.

ໂດຍ: ສົມເພັດ