ຜ່ານເວທີປາໄສດ້ວຍ 6 ວາລະຄົບຄະນະ ແລະ 26 ວາລະປຶກສາຫາລື, ແຂວງບິ່ງເຢືອງ ປາດຖະໜາຢາກຊອກເຫັນບັນດາມາດຕະການສຳຄັນປະກອບສ່ວນບຸກທະລຸໃນການພັດທະນາເສດຖະກິດ.

leftcenterrightdel
ໄຂເວທີປາໄສຮ່ວມມືເສດຖະກິດ ອິນເດຍ Horasis 2022. ພາບ: daibieunhanhdan.vn

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ ເວທີປາໄສແມ່ນໂອກາດເພື່ອໃຫ້ລັດຖະບານ, ວິສາຫະກິດຂອງສອງປະເທດ ພ້ອມກັນແບ່ງປັນວິໄສທັດ, ແນວຄວາມຄິດ, ແຜນການຮ່ວມມືເພື່ອພ້ອມກັນພັດທະນາ.

ທ່ານ ຫວູດຶກດາມ ຢັ້ງຢືນວ່າ “ຕ້ອງປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບບັນດາມາດຕະການຊຸກຍູ້ການເຕີບໂຕສີຂຽວ ແລະການພັດທະນາແບບຍືນຍົງ, ເພືອໃຫ້ ຫວຽດນາມ ກາຍເປັນຂົວເຊື່ອມຕໍ່ສຳຄັນລະຫວ່າງ ອິນເດຍ ແລະບັນດາພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຈາກນັ້ນມຸ່ງໄປສູ່ພາກພື້ນອື່ນຂອງອາຊີ. ພິເສດ, ສົ່ງເສີມບັນດາມາດຕະການປ່ຽນແປງໃໝ່ປະດິດຄິດສ້າງຢ່າງແຮງກວ່າເພື່ອບັນລຸໄດ້ໝາກຜົນທີ່ແທດຈິງ”.

ເນື່ອງໃນໂອກາດນີ້, ບໍລິສັດໃຫຍ່ Becamex ແລະສະຫະພັນອຸດສາຫະກຳອິນເດຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືພັດທະນາປ່ຽນແປງໃໝ່ປະດິດຄິດສ້າງ ແລະພັດທະນາແບບຍືນຍົງ.

ໂດຍ: ທະນາພອນ