ຕາມບົດຂຽນແລ້ວ, ຫວຽດນາມ ແມ່ນປະເທດທີ່ມີວັດທະນະທໍາ ແລະທິວທັດທໍາມະຊາດທີ່ສວຍງາມທີ່ສຸດ. ແມ່ນປະເທດອາຊີຕາເວັນອອກສ່ຽງໃຕ້ທີ່ມີຝັ່ງທະເລຍາວກວ່າ 3.000 ກິໂລແມັດ, ທໍາມະຊາດອຸດົມສົມບູນ, ຫຼາກຫຼາຍ. ມາຫວຽດນາມ, ນັກທ່ອງທ່ຽວສາມາດເຊື່ອມຕົວເຂົ້າກັບການດໍາລົງຊີວິດທີ່ຄຶກຄື້ນຂອງນະຄອນຫຼວງຮ່າໂນ້ຍ ຫຼື ນະຄອນໂຮ່ຈີມິນ. ຄຽງຂ້າງນັ້ນ, ໂຮ້ຍອານ, ກໍ່ແມ່ນສະຖານທີ່ເປັນໜ້າແວ່ຢາມ.

leftcenterrightdel
ເວັບໄຊ reisereporter.de ໃຫ້ຂ່າວກ່ຽວກັບຖະໜົນເກ່ົາໂຮ້ຍອານ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມບົດຂຽນແລ້ວ, ນັກທ່ອງທ່ຽວສາມາດເລີ່ມເດີນທາງດ້ວຍການໄປຜ່ານທົ່ງນາທີ່ຂຽວອຸ່ມທຸ່ມ ຫຼື ປ່າສະຫງວນເຂດຮ້ອນ. ສໍາລັບນັກທ່ອງທ່ຽວຢາກໄປທະເລສາມາດມາຍາຈາງ, ແຫ່ງທີ່ມີຫາດຊາຍທີ່ຄຶກຄື້ນດ້ວຍບັນດາຣີສອດທີ່ທັນສະໄໝ ຫຼື ບັນດາຮ້ານຄ້າທີ່ຫຼຸຫຼາ, ຫຼື ປ່ອຍອາລົມພ້ອມກັບທໍາມະຊາດຢູ່ເກາະຝູກ໊ວກ. ຫຼືທ່ອງທ່ຽວ ອ່າວຮະລອງ ສິ່ງມະຫັດສະຈັນຢູ່ພາກເໜືອຫວຽດນາມ  ດ້ວຍພູຫີນປູນ ແລະເກາະໃຫຍ່ໜ້ອຍນັບພັນເກາະ.

ໂດຍ: ໄຊນີດາ