ໃນກອງປະຊຸມດັ່ງກ່າວ, ລັດຖະບານຈະຮັບຟັງແຜນຮ່າງ, ປະກອບຄຳເຫັນໃຫ້ການວາງແຜນຜັງສັງລວມແຫ່ງຊາດ ໄລຍະ 2021 – 2030; ນະໂຍບາຍກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19; ສະເໜີໃຫ້ສ້າງກົດໝາຍວ່າດ້ວຍທະບຽນສານ, ກົດໝາຍວ່າດ້ວຍບໍ່ແຮ່ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຢາ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: Chinhphu.vn

ກ່າວຄຳເຫັນທີ່ກອງປະຊຸມ,  ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ເນັ້ນໜັກວ່າ ປັດຈຸບັນ, ສະພາບການໂລກພວມມີການຜັນແປຢ່າງສັບສົນ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ການເຕີບໂຕຂອງບັນດາປະເທດສ່ວນຫຼາຍມີທ່າອ່ຽງຫຼຸດລົງ, ໄພເງິນເຟີ້ເພີ່ມຂຶ້ນ ແລະອັດຕາດອກເບ້ຍເພີ່ມຂຶ້ນ. ຕໍ່ໜ້າສະພາບການນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮຽກຮ້ອງວ່າ: “ພວກເຮົາບໍ່ຄວນວຸ້ນວາຍ, ບໍ່ໃຫ້ລະເຫຼີງ, ຂາດຄວາມລະວັງຕົວ. ເປົ້າໝາຍ ແລະບຸລິມະສິດແກ່ການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ, ຮັບປະກັນຄວາມດຸ່ນດ່ຽງ, ທັງມີລັກສະນະຕໍ່ໜ້າ, ທັງມີລັກສະນະ ຍາວນານ. ຕ້ອງຮັບປະກັນຄວາມໝັ້ນທ່ຽງໃນເງື່ອນໄຂຂາດສະຖຽນລະພາບ; ຮັກສາທ່າເປັນເຈົ້າການຕໍ່ການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງໂລກ. ຍືດໝັ້ນ, ສະເໝີຕົ້ນສະເໝີປາຍ, ສອດຄ່ອງ, ມີປະສິດທິຜົນຕໍ່ໜ້າການກະທົບຈາກໂລກ”.

ໃນຕອນບ່າຍວັນທີ 22 ກັນຍາ, ບັນດາສະມາຊິກລັດຖະບານໄດ້ຮັບຟັງ, ປະກອບຄຳເຫັນໃສ່ນະໂຍບາຍກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19; ສະເໜີໃຫ້ສ້າງກົດໝາຍວ່າດ້ວຍທະບຽນສານ, ກົດໝາຍວ່າດ້ວຍບໍ່ແຮ່ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຢາ.

ໂດຍ: ທະນາພອນ