leftcenterrightdel
ທ່ານນາງ ຫງວຽນຟ້າມຢຸຍຈາງ ເລຂາສູນກາງຊາວໜຸ່ມ, ຫົວໜ້າກອງເຍົາວະຊົນ-ອະນຸຊົນສູນກາງ ກ່າວຄໍາເຫັນທີ່ລາຍການ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ລາຍການ, ທ່ານນາງ ຫງວຽນຟ້າມຢຸຍຈາງ ເລຂາສູນກາງຊາວໜຸ່ມ, ຫົວໜ້າກອງເຍົາວະຊົນ-ອະນຸຊົນສູນກາງ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ພາຍໃຕ້ການເອົາໃຈໃສ່, ການຊີ້ນໍາ ແລະສ້າງເງື່ອນໄຂຂອງບັນດາສະຫາຍການນໍາພັກ, ລັດ 3 ປະເທດ ຫວຽດນາມ, ລາວ, ກໍາປູເຈຍ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ເປັນເຈົ້າການສົມທົບກັບສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ, ສະຫະພັນຊາວໜຸ່ມ ກໍາປູເຈຍ ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມື, ພົບປະລະຫວ່າງຊາວໜຸ່ມ, ເຍົາວະຊົນ 3 ປະເທດ...

leftcenterrightdel
ລາຍການ “ຫວຽດນາມ-ລາວ-ກໍາປູເຈຍ ສາມັກຄີ” ສະແດງໂດຍກອງສິລະປະຫໍເຍົາວະຊົນ ນະຄອນ ໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ລາຍການ, ທ່ານ ຫວໍວັນເຖືອງ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໄດ້ຕີລາຄາສູງ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ກັບສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ ແລະສະຫະພັນຊາວໜຸ່ມ ກໍາປູເຈຍ ໃນໄລຍະຜ່ານມາ ໄດ້ມານະພະຍາຍາມຈັດຕັ້ງບັນດາລາຍການ, ການເຄື່ອນໄຫວທີ່ມີຄວາມໝາຍໃຫ້ແກ່ເຍົາວະຊົນ 3 ປະເທດ ຢ່າງບໍ່ຢຸດຢັ້ງ, ພົ້ນເດັ່ນແມ່ນລາຍການງານມະໂຫລານເຍົາວະຊົນ. ນີ້ແມ່ນຈຸດພົ້ນເດັ່ນໃນການເຄື່ອນໄຫວຂອງ 3 ປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ, 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກໍາປູເຈຍ.  

leftcenterrightdel
ທ່ານ ຫວໍວັນເຖືອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ກ່າວຄໍາເຫັນທີ່ລາຍການ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫວໍວັນເຖືອງ ສະເໜີ ໃນໄລຍະຈະມາເຖິງ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄວນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືລະຫວ່າງຊາວໜຸ່ມ, ເຍົາວະຊົນ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ໃຫ້ຫຼາຍກວ່າອີກເພື່ອແນໃສ່ປະກອບສ່ວນສຶກສາອົບຮົມໃຫ້ຄົນຮຸ່ນໜຸ່ມ ກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງ 3 ປະເທດ. ການນໍາພັກ, ລັດຫວຽດນາມ ຈະສ້າງເງື່ອນໄຂດີທີ່ສຸດເພື່ອເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືລະຫວ່າງຊາວໜຸ່ມ, ເຍົາວະຊົນ 3 ປະເທດ.

ໂດຍ: ກວຽດເຕິມ