ໄລ່ຮອດເດືອນ ກໍລະກົດ ປີ 2022, ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະລາວ ບັນລຸເກືອບ 949 ລ້ານໂດລາສະຫະລັດ, ເພີ່ມຂຶ້ນກວ່າ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ບັນລຸໄດ້ລະດັບດັ່ງກ່າວນີ້ ແມ່ນຍ້ອນສິນຄ້າສົ່ງອອກຂອງຫວຽດນາມ ໄປ ລາວ ເພີ່ມຂຶ້ນ (ລັນລຸເກືອບ 586 ລ້ານໂດລາສະຫະລັດ, ເພີ່ມຂຶ້ນກວ່າ 48%).

leftcenterrightdel
ດ້ວຍ 8 ຄູ່ດ່ານສາກົນ, 7 ຄູ່ດ່ານຊາຍແດນຫຼັກ ແລະ 18 ຄູ່ດ່ານທ້ອງຖິ່ນ, ການເຄື່ອນໄຫວແລກປ່ຽນດ້ານເສດຖະກິດ ກໍຄືການໄປມາ, ສົ່ງອອກນໍາເຂົ້າສິນຄ້າ, ແຮງງານລະຫວ່າງຫວຽດນາມ ແລະລາວ ລ້ວນແຕ່ມີຄວາມສະດວກ. ພາບ: congthuong.vn

ສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປ ລາວ ປະກອບມີ: ນໍ້າມັນ, ແອັດຊັງ; ຜັກ, ໝາກໄມ້; ຝຸ່ນປະເພດຕ່າງໆ... ສະເພາະໃນເດືອນກໍລະກົດ, ວົງເງິນການຄ້າສອງສົ້ນລະຫວ່າງສອງປະເທດ ບັນລຸເກືອບ 125 ລ້ານໂດລາສະຫະລັດ, ເພີ່ມຂຶ້ນກວ່າ 54% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ ວົງເງິນສົ່ງອອກຂອງຫວຽດນາມ ໄປ ລາວ ບັນລຸກວ່າ 53 ລ້ານໂດລາສະຫະລັດ ຍ້ອນການສົ່ງອອກຜັກ, ໝາກໄມ້ ແລະນໍ້າມັນແອັດຊັງ ເພີ່ມຂຶ້ນແຮງ.

ຄາດວ່າໃນເດືອນສິງຫາ, ວົງເງິນສົ່ງອອກຂອງຫວຽດນາມ ໄປ ລາວ ຈະສືບຕໍ່ເພີ່ມຂຶ້ນຍ້ອນເສດຖະກິດ ລາວ ໄດ້ກັບຄືນສູ່ສະພາບປົກກະຕິ, ລາຄານໍ້າມັນແອັດຊັງ ໃນຕະຫຼາດໂລກ ພວມຫຼຸດລົງ ແລະມີຫຼາຍວິສາຫະກິດຂອງຫວຽດນາມ  ໄປລາວ ເພື່ອເຊື່ອມຕໍ່ການແລກປ່ຽນຄ້າຂາຍ ຕື່ມອີກ.

ໂດຍ: ໄຊຊະນະ