leftcenterrightdel
ຜູ້ຕາງໜ້າກົມກູ້ໄພ-ກູ້ຊີບ ແລະສະມາຄົມຊາວຫວຽດນາມ ອາໄສຢູ່ ສະຫະພັນລັດເຊຍ ພ້ອມດ້ວຍຜູ້ແທນເຂົ້າຮ່ວມເປັນສັກຂີພິຍານພິທີລົງນາມການມອບຮັບລົດ. ພາບ: qdnd.vn

leftcenterrightdel
ຜູ້ຕາງໜ້າກົມກູ້ໄພ-ກູ້ຊີບ, ສະມາຄົມຊາວຫວຽດນາມອາໄສຢູ່ສະຫະພັນລັດເຊຍ ແລະບາງອົງການທີ່ກ່ຽວຂ້ອງທີ່ພິທີມອບຮັບລົດ. ພາບ: qdnd.vn

ວັນທີ 11 ສິງຫາ, ກອງທຶນ “ມູນເຊື້ອ ແລະມິດຕະພາບ” ພ້ອມກັບກົມກູ້ໄພ-ກູ້ຊີບ ໄດ້ຈັດພິທີມອບຮັບລົດໂອໂຕ 3 ຄັນດັ່ງກ່າວ. ກ່າວຄໍາເຫັນທີ່ພິທີ, ທ່ານ ພັນເອກພິເສດ ຟ້າມຫາຍເຈົາ ຮອງຫົວໜ້າກົມກູ້ໄພ-ກູ້ຊີບ ກ່າວຄໍາຂອບໃຈມາຍັງສະມາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ, ກອງທຶນ “ມູນເຊື້ອ ແລະມິດຕະພາບ” ທີ່ໄດ້ແບ່ງປັນຄວາມຫຍຸຸ້ງຍາກ, ລະດົມກໍາລັງໃຈພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ທີ່ເຮັດໜ້າທີ່ກູ້ໄພ-ກູ້ຊີບ ໂດຍກົງດ້ວຍວຽກງານທີ່ມີຄວາມໝາຍນີ້.

leftcenterrightdel
ລົດໂອໂຕ UAZ Hunter Expedition ໂດຍ ລັດເຊຍ ຜະລິດ. ພາບ: qdnd.vn

ທ່ານ ພັນເອກພິເສດ ຟ້າມຫາຍເຈົາ ຢັ້ງຢືນວ່າ “ເລື່ອງມອບລົດ UAZ ຈໍານວນ 3 ຄັນນີ້ ສະແດງໃຫ້ເຫັນນໍ້າໃຈ ແລະຫົວໃຈ ຍາມໃດກໍມຸ່ງຫາປະເທດຊາດຂອງສະມາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ. ນອກນີ້, ຍັງສະແດງໃຫ້ເຫັນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ”.

ໂດຍ: ໄຊຊະນະ