leftcenterrightdel
ລາຍການສະແດງສິລະປະທີ່ລາຍການ. ພາບ: qdnd.vn

ເຂົ້າຮ່ວມລາຍການມີສະຫາຍ ພົນໂທ ໂດ໊ກັນ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ພົນໂທ ຫງວຽນວັນຣິງ ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ.

leftcenterrightdel
ພົບປະແລກປ່ຽນ ກັບບຸກຄົນທີ່ໃຫ້ການຊ່ວຍເຫຼືອຢູ່ລາຍການ. ພາບ: qdnd.vn

ລາຍການປະກອບມີບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ພ້ອມກັບສາລະຄະດີ, ການພົບປະແລກປ່ຽນກັບບຸກຄົນພາຍໃນ ແລະຕ່າງປະເທດ ທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ, ເບິ່ງແຍງລ້ຽງດູ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

leftcenterrightdel
ພົນໂທ ໂດ໊ກັນ ແລະພົນໂທ ຫງວຽນວັນຣິງ ມອບໃບຢັ້ງຢືນ, ໃບຍ້ອງຍໍໃຫ້ໝູ່ຄະນະ ແລະບຸກຄົນ ທີ່ລາຍການ. ພາບ: qdnd.vn

ນອກນີ້, ລາຍການຍັງແມ່ນໂອກາດເພື່ອຍ້ອງຍໍຊົມເຊີຍແບບຢ່າງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ທີ່ໄດ້ປະກາຍແສງສະຫວ່າງດ້ວຍຄວາມມານະພະຍາຍາມ ແລະຄວາມຄາດຫວັງບືນຕົວຂຶ້ນຢ່າງແຮງ, ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອເຊື່ອມຕົວເຂົ້າກັບວົງຄະນະຍາດ; ເຊີດຊູ, ສະແດງຄວາມຮູ້ບຸນຄຸນຕໍ່ການຈັດຕັ້ງ, ບຸກຄົນທີ່ຢູ່ພາຍໃນ ແລະຕ່າງປະເທດ, ຜູ້ໃຈບຸນໃຈກຸສົນ... ທີ່ຍາມໃດກໍຮ່ວມເດີນທາງເບິ່ງແຍງລ້ຽງດູ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ. ທີ່ລາຍການ, ຫຼາຍໝູ່ຄະນະ ແລະບຸກຄົນ ໄດ້ບໍລິຈາກເງິນໃຫ້ກອງທຶນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ.

ໂດຍ: ໄຊຊະນະ