ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ Selwin Hart ປາດຖະໜາຢາກໃຫ້ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແບ່ງປັນຂັ້ນຕອນເພື່ອຫຼຸດຜ່ອນໄຟຟ້າຖ່ານຫີນ ກໍ່ຄືບັນດາມາດຕະການການຫັນປ່ຽນພະລັງງານແນໃສ່ປະຕິບັດຄຳໝັ້ນສັນຍາ COP 26 ຂອງຫວຽດນາມ.

leftcenterrightdel
ການພັດທະນາພະລັງງານສະອາດ ແມ່ນເນື້ອໃນຕົ້ນຕໍທີ່ສອງຝ່າຍຍົກອອກມາປຶກສາຫາລື. ພາບ: congthuong.vn

ແລກປ່ຽນກ່ຽວກັບບັນຫານີ້, ທ່ານຮອງລັດຖະມົນຕີ ດັ້ງຮວ່າງອານ ໃຫ້ຮູ້ວ່າ ການກຳນົດທິດພັດທະນາໃນຮ່າງການວາງແຜນຜັງໄຟຟ້າ 8 ຂອງລັດຖະບານຫວຽດນາມ ແມ່ນຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ໃນນັ້ນໃຫ້ບຸລິມະສິດພັດທະນາພະລັງງານສະອາດ, ຍືນຍົງຕິດພັນກັບສິ່ງແວດລ້ອມຊີວະພາບ. ພ້ອມທັງ, ສົ່ງເສີມ ແລະສ້າງເງື່ອນໄຂໃຫ້ທຸກພາກສ່ວນເສດຖະກິດ, ພິເສດແມ່ນພາກເອກະຊົນເຂົ້າຮ່ວມການພັດທະນາພະລັງງານ.

leftcenterrightdel
 ທ່ານ ດັ້ງຮວ່າງອານ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: congthuong.vn

ທ່ານຮອງລັດຖະມົນຕີ ດັ້ງຮວ່າງອານ ໃຫ້ຮູ້ວ່າ “ຫວຽດນາມ ຈະບໍ່ພັດທະນາໂຮງງານໄຟຟ້າຖ່ານຫີນແຫ່ງໃໝ່ໃນແຜນຜັງໄຟຟ້າ 8, ແຕ່ນີ້ຮອດປີ 2030 ມີແຕ່ຈະສືບຕໍ່ຜັນຂະຫຍາຍບັນດາໂຄງການພວມກໍ່ສ້າງ ຫຼື ມີຄຳໝັ້ນສັນຍາກັບນັກລົງທຶນຕ່າງປະເທດຕາມຮູບແບບ BOT. ພາຍຫຼັງປີ 2030 ຫວຽດນາມ ກໍານົດທິດຈະເຜົາຖ່ານຫີນ ແລະ armonia ຫຼື biomass ເພື່ອມຸ່ງໄປເຖິງການຫັນປ່ຽນເຊື້ອເພີງ”.

leftcenterrightdel
 ທ່ານ Selwin Hart ກ່າວຄຳເຫັນທີ່ການເຮັດວຽກ. ພາບ: congthuong.vn

ເມື່ອແລກປ່ຽນກ່ຽວກັບບັນຫານີ້, ທ່ານ Selwin Hart ສະແດງຄວາມປາດຖະໜາວ່າ ຫວຽດນາມ ຈະຮຽນຮູ້ ແລະໝູນໃຊ້ກົນໄກ Just Energy Partnership JETP ຂອງກຸ່ມບັນດາປະເທດ G7 ໃຫ້ຄຳໝັ້ນສັນຍາໜູນຊ່ວຍ 8,5 ຕື້ໂດລາສະຫະລັດໃຫ້ບັນດາປະເທດພາກພື້ນອາຟະລິກາ, ອາຊີ (ຖະແຫຼງການທີ່ຍົກອອກໃນໂອກາດ COP26 ຢູ່ Glassgow ອັງກິດ ເດືອນພະຈິກ 2021) ແລະ ETM (Energy Transition Mechanism) ຂອງ ADB ເພື່ອໄດ້ຮັບການໜູນຊ່ວຍຂອງປະເທດກ້າວໜ້າ, ອົງການຈັດຕັ້ງສາກົນໃນຂະບວນການປະຕິບັດການຫັນປ່ຽນພະລັງງານ.

ໂດຍ: ເຈິ່ນຮວ່ຽນ