leftcenterrightdel
ນັກທ່ອງທ່ຽວ, ວິສາຫະກິດໄປຢ້ຽມຊົມ, ຊອກຮູ້ຮ້ານວາງສະແດງຢູ່ເຫດການ. ພາບ: ທືເລ.

ເຫດການດັ່ງກ່າວ ແນໃສ່ສ້າງເງື່ອນໄຂແລກປ່ຽນການຄ້າ, ພົບປະ, ຊຸກຍູ້ການຮ່ວມມືລະຫວ່າງປະຊາຄົມສະໜອງບໍລິການທ່ອງທ່ຽວ, ວິສາຫະກິດທ່ອງທ່ຽວ, ອັບເດດຂໍ້ມູນຂ່າວສານກ່ຽວກັບຂະແໜງການທ່ອງທ່ຽວ, ຕະຫຼາດພາຍໃນ ແລະຕ່າງປະເທດ ເພື່ອໜູນຊ່ວຍວິສາຫະກິດຂຸດຄົ້ນທ່າໄດ້ປຽບໃນການແກ່ງແຍ້ງກັນຢ່າງມີປະສິດທິຜົນ. ພ້ອມທັງຊ່ວຍໃຫ້ບັນດາທ້ອງຖິ່ນ, ຄູ່ຮ່ວມມືພາຍໃນປະເທດ ແລະສາກົນພ້ອມເຈລະຈາ, ກໍານົດທິດບັນດາຜະລິດຕະພັນທ່ອງທ່ຽວໃໝ່, ຈັບອົກຈັບໃຈ ກໍ່ຄືບັນດາຜະລິດຕະພັນທ່ອງທ່ຽວເຊື່ອມຕໍ່. ໃນຂອບເຂດເຫດການຍັງມີເວທີປາໄສການທ່ອງທ່ຽວທົ່ວປະເທດປີ 2022, ກອງປະຊຸມສໍາມະນາ “ການກໍ່ສ້າງຊັບພະຍາກອນ​ມະນຸດບັນລຸມາດຕະຖານສາກົນໃຫ້ໂຮງແຮມຊັ້ນສູງໃນໄລຍະໃໝ່”.

ໂດຍ: ເຈິ່ນຮວ່ຽນ