ຫ້ອງການການຄ້າສະຖານທູດຫວຽດນາມ ປະຈໍາ ອັງກິດ ໄດ້ສົມທົບກັບກຸ່ມບໍລິສັດ EUTEK Group ຈັດຕັ້ງເຫດການ Meet Vietnam (ພົບປະກັບຫວຽດນາມ) ຢູ່ນະຄອນ Nottingham, ຂຶ້ນກັບເຂດ Midlands ປະເທດອັງກິດ ເພື່ອແນໃສ່ໂຄສະນາຜະລິດຕະພັນຫວຽດນາມ ແລະຊຸກຍູ້ກາລະໂອກາດຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງບັນດາທ້ອງຖິ່ນຫວຽດນາມ ແລະ Nottingham.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນຮວ່າງລອງ  ກ່າວຄໍາເຫັນໄຂເຫດການພົບປະກັບຫວຽດນາມ ຢູ່ນະຄອນ Nottingham. ພາບ: vietnamplus.vn.

ໃນເຫດການທີ່ດໍາເນີນໃນວັນທີ 1 ກໍລະກົດ, ບັນດາຜູ້ແທນເຂົ້າຮ່ວມໄດ້ຮັບຟັງການແນະນໍາກ່ຽວກັບຫວຽດນາມ ໃນປະຈຸບັນ ດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານການຄ້າ, ແມ່ນສະຖານທີ່ທີ່ມີຄວາມປອດໄພ, ຈັບອົກຈັບໃຈຕໍ່ບັນດານັກລົງທຶນຕ່າງປະເທດ, ລວມມີລາຊະອານາຈັກອັງກິດ.

ບັນດາຜູ້ແທນກໍ່ໄດ້ອັບເດດຂໍ້ມູນຂ່າວສານກ່ຽວກັບ Nottingham, ນະຄອນທີ່ມີຫຼາຍທ່າອ່ຽງກ່ຽວກັບການລົງທຶນດ້ວຍໂຄງການເຕີບໂຕສີຂຽວເຕັມໄປດ້ວຍຄວາມມັກໃຫຍ່ໃຝ່ສູງ, ພື້ນຖານໂຄງລ່າງຄົມມະນາຄົມສະດວກດີ, ແລະອໍານາດການປົກຄອງນະຄອນຍາມໃດກໍ່ສ້າງເງື່ອນໄຂຢ່າງສຸດຂີດໃຫ້ແກ່ບັນດານັກລົງທຶນ. ກໍ່ຢູ່ທີ່ເຫດການ, ແຂກຖືກເຊີນມີໂອກາດໄດ້ຊີມອາຫານຫຼາຍເຍື່ອງ ແລະໝາກໄມ້ສົດຂອງຫວຽດນາມ.

ນອກຈາກເຫດການ Meet Vietnamແລ້ວ, ຢູ່ນະຄອນ Nottingham ກໍ່ພວມດໍາເນີນສັບປະດາສິນຄ້າ ແລະອາຫານການກິນຫວຽດນາມ ຢູ່ອັງກິດ, ຕາມນັ້ນແລ້ວບັນດາຜະລິດຕະພັນເຮັດດ້ວຍໄມ້, ກາເຟ, ໝາກໄມ້ສົດ… ຂອງບັນດາວິສາຫະກິດສົ່ງອອກທີ່ມີອິດທິພົນຊື່ສຽງຂອງຫວຽດນາມ ທີ່ນຳມາວາງສະແດງຂາຍໃນຕະຫຼາດຫວຽດນາມ ຢູ່ນະຄອນ Nottingham, ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນ ແລະວິສາຫະກິດທ້ອງຖິ່ນ.

ໂດຍ: ຈາງຫງວຽນ