ຫວ່າງແລ້ວນີ້, ບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ເລີ່ມເປີດສາຍການບິນລະຫວ່າງນະຄອນໂຮ່ຈີມິນ-ຈາກາຕາ (ອິນໂດເນເຊຍ) ແລະກົງກັນຂ້າມໃນວັນຈັນ, ວັນພຸດ ແລະວັນເສົາ ຂອງທຸກໆອາທິດ. ນີ້ແມ່ນສາຍການບິນສາກົນ ໄດ້ຮັບການຟື້ນຟູູຕໍ່ໄປຂອງ Vietnam Airlines ພາຍຫຼັງຍົກເລີກຂໍ້ຈໍາກັດຕ່າງໆກ່ຽວກັບການໄປມາຫາສູ່ກັນເກືອບທັງໝົດ, ກັບຄືນສູ່ສະພາບປົກກະຕິຄືຕອນທີ່ຍັງບໍ່ເກີດພະຍາດໂຄວິດ-19. 

leftcenterrightdel
ພາບປະກອບຄັດຈາກ: vov.vn

ທ່ານ ຫງວຽນມິງຕວ່ານ, ຫົວໜ້າສາຂາບໍລິສັດ VietNam Airlines ປະຈໍາ ອິນໂດເນເຊຍ ໃຫ້ຮູ້ວ່າ ການໄປມາຫາສູ່ກັນລະຫວ່າງຫວຽດນາມ ແລະອິນໂດເນເຊຍ ຍັງມີຄວາມຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ແລະເລື່ອງເປີດສາຍການບິນຄືນໃໝ່ດ້ວຍລະດັບ 3 ຖ້ຽວຕໍ່ອາທິດ ແມ່ນຂັ້ນຕອນທໍາອິດເພື່ອໃຫ້ບໍລິສັດເປີດສາຍການບິນຄືນສູ່ ດ້ວຍລະດັບ 7 ຖ້ຽວຕໍ່ອາທິດ ຄືຕອນທີ່ຍັງບໍ່ເກີດພະຍາດໂຄວິດ-19, ຮັບໃຊ້ຄວາມຕ້ອງການໄປມາຫາສູ່ກັນຂອງຜູ້ໂດຍສານສອງປະເທດ.

ຜູ້ໂດຍສານສາມາດຊື້ປີ້ຖ້ຽວບິນນະຄອນໂຮ່ຈີມິນ-ຈາກາຕາ ແລະຈາກາຕາ-ນະຄອນໂຮ່ຈີມິນ ຢູ່ເວັບໄຊ, ແອັບພ​ຼີ​ເຄ​ຊັນມືຖື ກໍ່ຄືບ່ອນຂາຍປີ້ຂອງ Vietnam Airlines.

ໂດຍ: ດັ້ງເກື່ອງ