ດ່ານັ້ງ ມີຂະແໜງທ່ອງທ່ຽວພັດທະນາຢ່າງແຮງ; ມີຫຼາຍວາລະສານ, ເວັບໄຊ, ອົງການຈັດຕັ້ງທີ່ມີຊື່ສຽງໃນໂລກໄດ້ຄັດເລືອກດ່ານັ້ງ ແມ່ນສະຖານທີ່ທ່ອງທ່ຽວແຖວໜ້າ. ຄຽງຂ້າງການທ່ອງທ່ຽວ, ວັດທະນະທໍາອາຫານການກິນດ່ານັ້ງ ແລະພາກກາງ ກໍ່ມີຄວາມສາມາດບົ່ມຊ້ອນພັດທະນາໃຫຍ່. ມີການເຄື່ອນໄຫວພັດທະນາວັດທະນະທໍາອາຫານການກິນໄດ້ຮັບຄວາມເອົາໃຈໃສ່ຈາກດ່ານັ້ງ ໃນໄລຍະມໍ່ໆມານີ້, ຄື: ສ້າງຕັ້ງຖະໜົນອາຫານເບົາ ຮວີ່ງທຸກຄາງ, ຖະໜົນອາຫານການກິນ ຟ້າມຮົ່ງຖາຍ, ເລແທງງິ້...

leftcenterrightdel
ວັດທະນະທໍາອາຫານການກິນພາກກາງ ໄດ້ຮັບການແນະນໍາຢູ່ນາມດິ້ງ. ພາບ: DCCA

ເຫັນໄດ້ຄວາມສາມາດບົ່ມຊ້ອນກໍ່ຄືບັນດາສິ່ງທ້າທາຍທີ່ຕ້ອງແກ້ໄຂເພື່ອໃຫ້ວັດທະນະທໍາອາຫານການກິນດ່ານັ້ງ ພັດທະນາ, ບັນດານັກທຸລະກິດ, ນັກສິລະປະກອນອາຫານໄດ້ມີຄວາມຫວັງສ້າງຕັ້ງສະມາຄົມວັດທະນະທໍາອາຫານການກິນດ່ານັ້ງ ແລະໄດ້ຮັບຄວາມເຫັນດີຈາກຄະນະກໍາມະການປະຊາຊົນນະຄອນດ່ານັ້ງ.

ຕອນບ່າຍວັນທີ 2 ກໍລະກົດ, ກອງປະຊຸມໃຫຍ່ ອາຍຸການ 1 ຂອງສະມາຄົມວັດທະນະທໍາອາຫານການກິນດ່ານັ້ງ (DCCA) ໄດ້ຈັດຕັ້ງ. ໂດຍທ່ານ ລີດິ່ງກວນ ຫົວໜ້າບ້ານເຕັກໂນໂລຢີທ່ອງທ່ຽວ, ອາຫານການກິນ Techfest ຫວຽດນາມ ເປັນປະທານ. DCCA ປາດຖະໜາຢາກອະນຸລັກຮັກສາ ແລະພັດທະນາວັດທະນະທໍາອາຫານການກິນອີງບົນພື້ນຖານສ້າງສີສັນ, ຄຸນນະພາບ ແລະແຜ່ຂະຫຍາຍຕິດກັບເຄື່ອງໝາຍການຄ້ານະຄອນດ່ານັ້ງ; ປະກອບສ່ວນພັດທະນາວັດທະນະທໍາ, ເສດຖະກິດ-ສັງຄົມຕາມທິດໄວ ແລະຍືນຍົງ.

ໂດຍ: ຈາງຫງວຽນ