Viettel ແມ່ນວິສາຫະກິດທໍາອິດຢູ່ຫວຽດນາມ ແລະແມ່ນໜຶ່ງໃນ 5 ວິສາຫະກິດຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ ທີ່ສ້າງການພົວພັນຮ່ວມມືຍຸດທະສາດກັບ NVIDIA ເຊິ່ງແມ່ນໜຶ່ງໃນບັນດາກຸ່ມບໍລິສັດສະໜອງມາດຕະການໃຫ້ AI ໃຫຍ່ທີ່ສຸດໃນໂລກ. ບັນດາມາດຕະການຂອງ NVIDIA ໄດ້ນໍາໃຊ້ຢ່າງກວ້າງຂວາງໃນຂົງເຂດ AI ດ້ວຍກວ່າ 2/3 ຄອມພິວເຕີໄວທີ່ສຸດໃນໂລກແມ່ນນໍາໃຊ້ເຕັກໂນໂລຢີຂອງກຸ່ມບໍລິສັດນີ້.

leftcenterrightdel
ຜູ້ຕາງໜ້າການນໍາ Viettel ແລະ NVIDIA ເຊັນບົດບັນທຶກຮ່ວມມື. ພາບ: ວັນຟອງ.

ການສ້າງການພົວພັນກັບບັນດາຄູ່ຮ່ວມມືແຖວໜ້າໂລກ, ໃນນັ້ນມີ NVIDIA, ສະແດງໃຫ້ເຫັນຄວາມຕັດສິນໃຈລົງທຶນເຂົ້າໃນຂົງເຂດເຕັກໂນໂລຢີ AI ຂອງ Viettel. ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ປະກອບສ່ວນໃຫ້ເປົ້າໝາຍຫັນຍຸດທະສາດແຫ່ງຊາດກ່ຽວກັບການຄົ້ນຄວ້າ, ພັດທະນາ ແລະນໍາໃຊ້ AI ຮອດປີ 2030 ຂອງນາຍົກລັດຖະມົນຕີໃຫ້ປະກົດຜົນເປັນຈິງ, ເພື່ອໃຫ້ຫວຽດນາມ ນອນໃນກຸ່ມ 5 ປະເທດນໍາໜ້າໃນພາກພື້ນອາຊຽນ ແລະກຸ່ມ 60 ປະເທດນໍາໜ້າໃນໂລກກ່ຽວກັບການຄົ້ນຄວ້າ, ພັດທະນາ ແລະນໍາໃຊ້ AI ໂດຍໄວ. ຕາມຂໍ້ຕົກລົງດັ່ງກ່າວແລ້ວ, Viettel ເຂົ້າຮ່ວມເຄືອຂ່າຍຄູ່ຮ່ວມມືທົ່ວໂລກຂອງ NVIDIA, ແມ່ນຂີດໝາຍສໍາຄັນໃນການປະຕິບັດຍຸດທະສາດ AI ແຫ່ງຊາດ, ປະກອບສ່ວນນໍາບັນດາມາດຕະການ AI ຂອງ Viettel ອອກຕະຫຼາດສາກົນ.

ໂດຍ: ຈາງຫງວຽນ