ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພພິບັດ, ທຳມະຊາດ ແລະຄົ້ນຫາ, ກູ້ໄພກູ້ຊີບ, ບັນດາລັດຖະມົນຕີ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຕິດຕາມສະພາບການຜັນແປຂອງພາຍຸ, ຝົນຕົກນ້ຳຖ້ວມ, ຊີ້ນຳຜັນຂະຫຍາຍການຮັບມືຢ່າງທັນການ, ປະຕິບັດມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະຊັບສິນ. ຄຽງຄູ່ກັນນັ້ນແມ່ນຜັນຂະຫຫາຍມາດຕະການຮັກສາການຜະລິດກະສິກຳ, ອຸດສາຫະກຳ, ຕ້ານນ້ຳຖ້ວມ, ຢູ່ຕາມຕົວເມືອງ, ເຂດຊຸມຊົນ, ກວດກາຄືນວິທີການ, ກຽມພ້ອມລະດົມແຫຼ່ງກຳລັງ, ວັດຖຸ, ພາຫະນະ ເພື່ອປະຕິບັດໜ້າທີ່ກູ້ໄພກູ້ຊີບ, ຮັບປະກັນການຄົມມະນາຄົມ ຕາມເສັ້ນທາງຫຼັກ...

ແຫຼ່ງຄັດຈາກ: vovworld.vn