leftcenterrightdel
ພາບປະກອບຄັດຈາກ sgtiepthi.vn.

ເຫດການແມ່ນເພື່ອແນໃສ່ໂຄສະນາຮູບພາບຜະລິດຕະພັນເຂົ້າສານຂອງຫວຽດນາມ; ເຜີຍແຜ່ຂໍ້ມູນຂ່າວສານຢ່າງກວ້າງຂວາງໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ເພື່ອແນໃສ່ຍູ້ແຮງການສົ່ງອອກເຂົ້າສານຂອງຫວຽດນາມ ໄປຍັງຕະຫຼາດຍີ່ປຸ່ນ.

ທີ່ເຫດການ, ຜູ້ຕາງໜ້າບັນດາບໍລິສັດຜະລິດ, ສົ່ງອອກຂອງຫວຽດນາມ ແລະຜູ້ຕາງໜ້າບັນດາຝ່າຍນຳເຂົ້າຍີ່ປຸ່ນ ໄດ້ມີບົດແນະນຳລະອຽດກ່ຽວກັບຂັ້ນຕອນຜະລິດເຂົ້າສານຕາມມາດຖານ ເພື່ອສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ, ຂັ້ນຕອນສົ່ງອອກເຂົ້າສານຫວຽດນາມ ໄປວາງຂາຍຢູ່ຕະຫຼາດຍີ່ປຸ່ນ, ປະກາດຂໍ້ມູນເຂົ້າສານ ST25 ຈໍານວນ 100 ໂຕນຈະວາງຂາຍຢ່າງເປັນທາງການຢູ່ຍີ່ປຸ່ນ ແລະຄາດຄະເນປະລິມານການນໍາເຂົ້າເຂົ້າສານໃນອະນາຄົດ. ນີ້ແມ່ນສັນຍານທີ່ດີໃຫ້ແກ່ການສົ່ງອອກເຂົ້າສານຂອງຫວຽດນາມ ໄປຍັງຍີ່ປຸ່ນ ໃນໄລຍະຈະມາເຖິງ.

ໂດຍ: ທະນາພອນ