leftcenterrightdel
ພາບປະກອບຄັດຈາກ: baochinhphu.vn

ບົດຂຽນເນັ້ນໜັກວ່າ ດ້ວຍການຟື້ນຟູຂອງການເຄື່ອນໄຫວສົ່ງອອກ ແລະໃຊ້ສອຍ, ເສດຖະກິດຫວຽດນາມ ໄດ້ເຕີບໂຕຢ່າງແຮງ ໃນໄຕມາດ ທີ II ຜ່ານມາ. ຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນ 7,72% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະແມ່ນລະດັບເຕີບໂຕສູງສຸດໃນຮອບ 11 ປີມານີ້.

ຕາມບົດຂ່າວແລ້ວ, ພາຍຫຼັງທີ່ຫວຽດນາມ ຍົກເລີກບັນດາມາດຕະການປ້ອງກັນຕ້ານພະຍາດໂຄວິດ-19 ໃນທ້າຍປີ 2021, ບັນດາຂະແໜງອຸດສາຫະກໍາ ແລະໂຮງງານພາຍໃນປະເທດ ໄດ້ຟື້ນຟູການຜະລິດທັງໝົດ, ສິ່ງດັ່ງກ່າວປະກອບສ່ວນຊຸກຍູ້ການເຄື່ອນໄຫວຜະລິດ ແລະການສົ່ງອອກ ຂອງຫວຽດນາມ ຟື້ນຟູຢ່າງແຮງ. ໃນ 6 ເດືອນ ຕົ້ນປີ 2022, ວົງເງິນສົ່ງອອກຂອງຫວຽດນາມ ເພີ່ມຂຶ້ນ 17,3% ເມື່ອທຽບໃສ່ໄລຍະກຽວກັນຂອງປີກາຍ, ບັນລຸເກືອບ186 ຕື້ໂດລາສະຫະລັດ.

ໂດຍ: ທູຈາງ