ຕາມຂໍ້ມູນຈາກກົມພາສີຫວຽດນາມ ປະກາດທີ່ເວທີປາໄສ, ການແລກປ່ຽນການຄ້າຫວຽດນາມ-ຕວກເມນິດສະຖານ ປີ 2021 ບັນລຸ 0,56 ລ້ານໂດລາສະຫະລັດ. ຕາມທ່ານ ບຸ່ຍຈູງເຫງ້ຍ ຮອງປະທານ VCCI ແລ້ວ, ຕົວເລກນີ້ຍັງບໍ່ສົມກັບຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດໃນຂົງເຂດການຄ້າ: “ຕວກເມນິດສະຖານ ແມ່ນປະເທດຮ່ັງມີດ້ວຍອາຍແກັດທໍາມະຊາດທີ່ມີທ່າແຮງກ່ຽວກັບຝ້າຍທໍາມະຊາດ ແລະຜະລິດພົມຊະນິດຕ່າງໆ. ໃນຂະນະນັ້ນ, ຫວຽດນາມ ມີຫຼາຍຜະລິດຕະພັນອຸດສາຫະກໍາ, ຄື: ໂທລະສັບ, ຄອມພິວເຕີ, ເຄື່ອງອາໄຫຼ່... ປະຈຸບັນ, ບັນດາຜະລິດຕະພັນສົ່ງອອກຂອງຫວຽດນາມ ກໍ່ສາມາດຕອບສະໜອງຄວາມຕ້ອງການນໍາເຂົ້າຂອງຕວກເມນິດສະຖານ”.

leftcenterrightdel
ບັນຍາກາດທີ່ເວທີປາໄສ. ພາບ: qdnd.vn.

ເພື່ອປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງຫວຽດນາມ ແລະຕວກເມນິດສະຖານ ໃນໄລຍະຈະມາເຖິງ, ບັນດາຜູ້ແທນຖືວ່າສອງຝ່າຍຕ້ອງສ້າງສະພາບແວດລ້ອມນິຕິກໍາສະດວກເພື່ອໜູນຊ່ວຍໃຫ້ການຮ່ວມມືດ້ານເສດຖະກິດ-ການຄ້າສອງຝ່າຍ: ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຕະຫຼາດ, ວິສາຫະກິດ, ສິນຄ້າ, ກາລະໂອກາດຮ່ວມມືດໍາເນີນທຸລະກິດ-ການລົງທຶນ; ຄົ້ນຄວ້າຄວາມສາມາດຮ່ວມມືລະຫວ່າງສອງປະເທດໃນຂົງເຂດນໍ້າມັນອາຍແກັດ...

ທາງຕວກເມນິດສະຖານ, ທ່ານ Vepa Hajiyev ຮອງລັດຖະມົນຕີກະຊວງການຕ່າງປະເທດ ສະເໜີໃຫ້ສອງຝ່າຍສ້າງຮູບການຮ່ວມມືຫຼາຍຮູບຫຼາຍແບບໃນການຜະລິດບັນດາຜະລິດຕະພັນອຸດສາຫະກໍາ, ກະສິກໍາ, ບໍລິການ ແລະບັນດາຂົງເຂດອື່ນໆ...

ໂດຍ: ໄຊນີດາ