leftcenterrightdel
ທ່ານ Sok Dareth ຫົວໜ້າກົງສູນໃຫຍ່ກໍາປູເຈຍ ປະຈຳ ນະຄອນໂຮ່ຈີມິນ ສະແດງຄວາມຮູ້ບຸນຄຸນຕໍ່ອະດີດນັກຊ່ຽວຊານກອງ A50. ພາບ: ສໍານັກຂ່າວສານຫວຽນາມ.

ທ່ານ Sok Dareth ຫົວໜ້າກົງສູນໃຫຍ່ກໍາປູເຈຍ ປະຈຳນະຄອນໂຮ່ຈີມິນ ເຂົ້າຮ່ວມການພົບປະ. ໃນ 10 ປີ (1979-1989), ນະຄອນໂຮ່ຈີມິນ ໄດ້ສົ່ງນັກຊ່ຽວຊານ ໄລຍະຍາວ 500 ຄົນ ແລະນັກຊ່ຽວຊານ ໄລຍະສັ້ນ ປະມານ 500 ຄົນ ພ້ອມກັບຫຼາຍຮ້ອຍກອງປະຕິບັດງານໄລຍະສັ້ນໄປຊ່ວຍເຫຼືອກໍາປູເຈຍ ຟື້ນຟູເສດຖະກິດ-ສັງຄົມ. ອະດີດນັກຊ່ຽວຊານ, ພະນັກງານ, ພາລະກອນ, ນັກແປພາສາ, ຊາວໜຸ່ມອາສາສະໝັກກອງ A50 ໄດ້ສະແດງເຈດຈໍານົງ ແລະຄວາມຕັດສິນໃຈຂອງນະຄອນໂຮ່ຈີມິນ ປະຕິບັດພັນທະສາກົນສູງສົ່ງ, ສຸດອົກສຸດໃຈຕໍ່ກັບປະເທດເພື່ອນກໍາປູເຈຍ...

ຕາງໜ້າລັດຖະບານລາດຊະວົງ ແລະປະຊາຊົນກໍາປູເຈຍ, ທ່ານ Sok Dareth ໄດ້ສະແດງຂອບໃຈ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງພັກ, ລັດ, ປະຊາຊົນຫວຽດນາມ, ກໍາລັງອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຮຸ່ນຕ່າງໆ, ໃນນັ້ນມີກອງ A50, ໄດ້ຊ່ວຍເຫຼືອປະຊາຊົນກໍາປູເຈຍ ຫຼຸດພົ້ນໄພດັບສູນເຊື້ອຊາດ ແລະກໍ່ສ້າງ, ພັດທະນາປະເທດຢ່າງສຸດໃຈ.

ປະຊາຊົນກໍາປູເຈຍ ຍາມໃດກໍ່ຈົດຈຳການສະຫຼະຊີວິດອັນໃຫຍ່ຫຼວງຂອງທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ຮຸ່ນຕ່າງໆ ເພື່ອພາລະກິດປົກປັກຮັກສາສັນຕິພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະພັດທະນາຂອງປະເທດກໍາປູເຈຍ, ປະກອບສ່ວນປັບປຸງນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງປະເທດໃຫ້ນັບມື້ນັບແໜ້ນແຟ້ນ.

ໂດຍ: ຈາງຫງວຽນ