ນີ້ແມ່ນຄັ້ງທີ 2 ທີ່ PP ໄດ້ຈັດຕັ້ງຢູ່ແຂວງຝູອຽນ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດໜູນຊ່ວນມະນຸດສະທໍາ ແລະກູ້ໄພພິບັດ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ສະຫະລັດອາເມລິກາ ແລະການພົວພັນມິດຕະພາບການຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດເຂົ້າຮ່ວມ.

leftcenterrightdel
ທ່ານນາງ Marie C. Damour ຫົວໜ້າສະຖານກົງສູນໃຫຍ່ອາເມລິກາ ປະຈຳ ນະຄອນໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະປະຕິບັດ PP22 ທີ່ດຳເນີນຮອດວັນທີ 3 ກໍລະກົດ ນັ້ນ, ຫົວໜ້າຂອງໂຄງການ PP22 ຈະເຂົ້າຢ້ຽມຂໍ່ານັບການນໍາຄະນະກໍາມະການປະຊາຊົນແຂວງຝູອຽນ; ສົມທົບກັບບັນດາອົງການຢູ່ທ້ອງຖິ່ນ ປະຕິບັດການເຄື່ອນໄຫວມະນຸດສະທໍາ, ລວມມີ: ກວດ, ປິ່ນປົວພະຍາດໃຫ້ປະຊາຊົນ; ແລກປ່ຽນວິຊາການແພດ; ກໍ່ສ້າງໃໝ່, ສ້ອມແປງໂຮງຮຽນ, ສຸກສາລາ; ເຂົ້າຮ່ວມການພົບປະແລກປ່ຽນກັບຊຸມຊົນ ແລະຈັດຕັ້ງກອງປະຊຸມສໍາມະນາກ່ຽວກັບວຽກງານປ້ອງກັນ, ຕ້ານໄພທໍາມະຊາດ.

ໃນຂອບເຂດໂຄງການ, ກະຊວງປ້ອງກັນປະເທດຫວຽດນາມ ຈະຈັດກໍາປັ່ນໂຮງໝໍແຄງຮວ່າ ເຂົ້າຮ່ວມການເຄື່ອນໄຫວບາງຢ່າງ, ຄື: ໃຫ້ຄໍາປຶກສາແກ່ການກວດພະຍາດ, ບົ່ງຢາໃຫ້ປະຊາຊົນ; ຝຶກອົບຮົມກ່ຽວກັບການໜູນຊ່ວຍມະນຸດສະທໍາ ແລະຮັບມືກັບໄພພິບັດ. ນອກຈາກນັ້ນ, ກະຊວງປ້ອງກັນປະເທດຫວຽດນາມ ຍັງເຂົ້າຮ່ວມໃນບັນດາການເຄື່ອນໄຫວ, ຄື: ພິທີໄຂ, ກອງປະຊຸມຂ່າວ, ການຢ້ຽມຢາມກໍາປັ່ນ, ພິທີປິດ.

ໂດຍ: ຈາງຫງວຽນ