leftcenterrightdel
ປອ. ຫງວຽນຫືວຢູ໊ງ ຮອງປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ກ່າວຄໍາເຫັນທີ່ພິທີປະກາດດັດຊະນີ  PAPI ປີ 2021. ພາບ: qdnd.vn.

ຕາມໝາກຜົນປະກາດດັດຊະນີ  PAPI ປີ 2021 ແລ້ວ, ແຂວງເທື່ອທຽນເຫວ້ ນໍາໜ້າໃນທ່ົວປະເທດດ້ວຍດັດຊະນີບັນລຸ 48,059/80 ຄະແນນ; ແຂວງບິ່ງເຢືອງ ບັນລຸ 47,178/80 ຄະແນນ; ຢືນອັນດັບທີ 2/63 ແຂວງ, ນະຄອນໃນທົ່ວປະເທດ. ກົງກັນຂ້າມ, ບັນດາແຂວງຢູ່ເຂດໄຕງວຽນ, ທາງທິດໃຕ້ພາກກາງ ແລະເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ສ່ວນຫຼາຍແມ່ນຖືກຈັດຢູ່ໃນກຸ່ມປານກາງຕໍ່າ ຫຼື ຕໍ່າທີ່ສຸດ. ໃນ 5 ນະຄອນຂຶ້ນກັບສູນກາງ, ນະຄອນໂຮ່ຈີມິນ ຖືກຢູ່ໃນກຸ່ມບັນລຸຄະແນນຕໍ່າທີ່ສຸດ. ໝາກຜົນດັ່ງກ່າວສ່ອງແສງໃຫ້ເຫັນສະພາບຕົວຈິງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການເວັ້ນໄລຍະຫ່າງທາງສັງຄົມ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງທີ 4 ຢູ່ນະຄອນ ໂຮ່ຈີມິນ.

ໂດຍ: ທູຈາງ