leftcenterrightdel
ໄຂລາຍການບໍລິຈາກເລືອດ “ວັນອາທິດແດງ”. ພາບ: qdnd.vn

ກໍ່ໃນວັນດຽວກັນ, ລາຍການ “ວັນອາທິດແດງ” ປີ 2022 ກໍ່ໄດ້ຈັດຕັ້ງຢູ່ 20 ແຂວງ, ນະຄອນດ້ວຍສະຖານທີ່ບໍລິຈາກ 33 ແຫ່ງ. ຈໍານວນເລືອດບໍລິຈາກທີ່ໄດ້ຮັບທັງໝົດແມ່ນ 15.362 ຖົງ.

ກ່າວຄໍາເຫັນທີ່ວັນບຸນ, ທ່ານ ໂດ໊ຊວນຕວຽນ ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຢັ້ງຢືນວ່າ: “ປະຈຸບັນ, ຄວາມຕ້ອງການເລືອດແມ່ນນັບມື້ນັບເພີ່ມຂຶ້ນ. ຂະແໜງການແພດຕ້ອງຜັນຂະຫຍາຍເຕັກນິກສູງ ເພື່ອຮັບປະກັນຈໍານວນເລືອດເພື່ອເອົາມາປິ່ນປົວ, ປະຖົມພະຍາບານດ້ວຍຂະໜາດໃຫຍ່, ມີຜູ້ມາບໍລິຈາກເລືອດຫຼາຍ. ເຫດການບໍລິຈາກເລືອດ “ວັນອາທິດແດງ” ໄດ້ປະກອບສ່ວນຢ່າງມີຄວາມໝາຍທີ່ສຸດພ້ອມກັບຂະແໜງການແພດເບິ່ງແຍງດູແລສຸຂະພາບ, ປິ່ນປົວໃຫ້ຄົນເຈັບໄລຍະກ່ອນ, ໃນ ແລະຫຼັງບຸນປີໃໝ່ປະຈໍາຊາດ”. “ວັນອາທິດແດງ” ປີ 2022 ໄດ້ຮັບການເອົາໃຈໃສ່ຈາກກະຊວງ, ຂະແໜງ ແລະການເຂົ້າຮ່ວມຂອງກວ່າ 40 ແຂວງ, ນະຄອນ, ຄາດຄະເນວ່າ ຈະໄດ້ຮັບເລືອດປະມານ 45.000-50.000 ຖົງ.

ໂດຍ: ໄຊນີດາ