leftcenterrightdel
ທ່ານພັນເອກພິເສດ ໂງແອງທູ ກ່າວຄໍາເຫັນທີ່ພິທີ. ພາບ: ຮ່າແຄ໊ງ.

ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກພິເສດ ໂງແອັງທູ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ ໜັງສືພິມກອງທັບປະຊາຊົນ ໄດ້ຈັດຫຼາຍກິດຈະກໍາສະຫວັດດີການສັງຄົມ, ສົມທົບກັບບັນດາອົງການ, ວິສາຫະກິດ, ຜູ້ໃຈບຸນໃຈກຸສົນ ຊ່ວຍເຫຼືອປະຊາຊົນໃນບໍລິເວນທຸກຍາກໃນທົ່ວປະເທດ, ໃນນັ້ນມີແຂວງດ້ຽນບຽນ, ນີ້ແມ່ນສະຖານທີ່ປະຫວັດສາດທີ່ຕິດພັນກັບວິວັດແຫ່ງການພັດທະນາຂອງໜັງສືພິມກອງທັບປະຊາຊົນ.

leftcenterrightdel
ທ່ານພັນເອກພິເສດ ໂງແອງທູ ມອບຂອງຂວັນບຸນປີໃໝ່ໃຫ້ບັນດາຄອບຄົວນະໂຍບາຍ ແລະຄອບຄົວທຸກຍາກຢູ່ເມືອງດ້ຽນບຽນດົງ. ພາບ: ຮ່າແຄ໊ງ.

ກອງທຶນ ທ້ຽນເຕິມ - ກຸ່ມບໍລິສັດ Vingroup ແມ່ນຫົວໜ່ວຍສົມທົບ, ໜູນຊ່ວຍດ້ານການເງິນ ພ້ອມກັບໜັງສືພິມກອງທັບປະຊາຊົນ ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ ເປັນປະຈຳ. ປີຂານ 2022, ໜັງສືພິມກອງທັບປະຊາຊົນ ແລະກອງທຶນ ທ້ຽນເຕິມ ສືບຕໍ່ສົມທົບກັນຈັດຕັ້ງການມອບຂອງຂວັນບຸນປີໃໝ່ຈໍານວນ 1.500 ພູດ (ລວມມູນຄ່າ 900 ລ້ານດົ່ງ) ໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ ຢູ່ເມືອງມູ່ກາງຈ້າຍ (ອຽນບ໊າຍ), ເມືອງດ້ຽນບຽນດົງ (ດ້ຽນບຽນ) ແລະບາງທ້ອງຖິ່ນອື່ນອີກ.  

leftcenterrightdel
ການນໍາໜັງສືພິມກອງທັບປະຊາຊົນ ແລະເມືອງດ້ຽນບຽນດົງ ມອບຂອງຂວັນບຸນປີໃໝ່ໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ. ພາບ: ຮ່າແຄ໊ງ.

ຕາງໜ້າອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າເມືອງດ້ຽນບຽນດົງ, ສະຫາຍ ມົ່ວອາຫວາງ, ເລຂາພັກເມືອງ, ປະທານສະພາປະຊາຊົນເມືອງດ້ຽນບຽນດົງ ຂອບໃຈໜັງສືພິມກອງທັບປະຊາຊົນ ແລະກອງທຶນ ທ້ຽນເຕິມ - ກຸ່ມບໍລິສັດ Vingroup ໄດ້ເອົາໃຈໃສ່, ໜູນຊ່ວຍ, ຊ່ວຍເຫຼືອວຽກງານເບິ່ງແຍງດູແລໃຫ້ແກ່ຄົນທຸກຍາກຂອງເມືອງ ບັນລຸໄດ້ໝາກຜົນໃຫ້ດີກວ່າ.

ໂດຍ: ໄຊຊະນະ