leftcenterrightdel
ທ່ານ ຫວູ້ເທບິ່ງ ຮອງປະທານຜູ້ປະຈໍາການສະມາຄົມທ່ອງທ່ຽວຫວຽດນາມ ກ່າວຄໍາເຫັນທີ່ເວທີປາໄສ. ພາບ: ລານຢຸ້ຍ.

ເວທີປາໄສຈັດຕັ້ງຜ່ານລະບົບທາງໄກ ແລະໂດຍກົງກັບ 26 ສະຖານທີ່ໃນທົ່ວປະເທດ. ເວທີປາໄສລວມມີສອງວາລະ: ໂດຍສັງເຂບ ແລະນະໂຍບາຍ; ມາດຕະການຟື້ນຟູການທ່ອງທ່ຽວຫວຽດນາມ ແບບຍືນຍົງ. ຕາມນັ້ນ, ບັນດາຜູ້ແທນສຸມໃສ່ປຶກສາຫາລື, ເຮັດແຈ້ງນະໂຍບາຍໜູນຊ່ວຍຂອງລັດຖະບານ ແລະບັນດາຂໍ້ສະເໜີແນະລະອຽດຂອງຂະແໜງການທ່ອງທ່ຽວເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວທ່ອງທ່ຽວໃນສະພາບປົກກະຕິໃໝ່. ກອງປະຊຸມສໍາມະນາກໍ່ສະເໜີຫຼາຍມາດຕະການເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ, ສຸມໃສ່ເຂົ້າບັນດາບັນຫາ, ຄື: ປ່ຽນແປງໃໝ່ການດໍາເນີນທຸລະກິດທ່ອງທ່ຽວ; ເພີ່ມເຕີມຄວາມຮູ້, ທັກສະໃນການກໍ່ສ້າງແຮງງານທ່ອງທ່ຽວຄືນໃໝ່; ຫັນປ່ຽນດີຈີຕອນໃນການທ່ອງທ່ຽວ; ພັດທະນາບັນດາປະເພດການທ່ອງທ່ຽວທີ່ເໝາະສົມ ຄື: ການທ່ອງທ່ຽວສົມທົບກັບກອງປະຊຸມສໍາມະນາ, ປິ່ນປົວພະຍາດ, ການທ່ອງທ່ຽວກິລາ, ການທ່ອງທ່ຽວອາຫານການກິນ...

ໂດຍ: ຈາງຫງວຽນ