leftcenterrightdel
ນັກທ່ອງທ່ຽວສາກົນມາທ່ຽວເກາະ ຝຸກວກ ພາຍຫຼັງເກືອບ 2 ປີທີ່ໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19. ພາບ: ບາວອານ.

ສາເຫດທີ່ນັກທ່ອງທ່ຽວສາກົນມາຫວຽດນາມ ເພີ່ມຂຶ້ນໃນເດືອນພະຈິກ ແມ່ນຍ້ອນລັດຖະບານຫາກໍອະນຸຍາດໃຫ້ 5 ທ້ອງຖິ່ນທົດລອງຕ້ອນຮັບນັກທ່ອງທ່ຽວສາກົນຕາມລາຍການທ່ອງທ່ຽວແບບຄົບວົງຈອນ. ຄິດໄລ່ໃນ 11 ເດືອນປີ 2021, ນັກທ່ອງທ່ຽວສາກົນມາຫວຽດນາມ ບັນລຸ 140,1 ພັນເທື່ອຄົນ, ຫຼຸດລົງ 96,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ນັກທ່ອງທ່ຽວເດີນທາງດ້ວຍສາຍການບິນກວມເອົາ 68,9% ຈໍານວນນັກທ່ອງທ່ຽວສາກົນມາຫວຽດນາມ, ຫຼຸດລົງ 96,9%; ທາງບົກກວມເອົາ 30,7% ແລະຫຼຸດລົງ 92,9%; ທາງທະເລກວມເອົາ 0,4% ແລະຫຼຸດລົງ 99,7%.

ໂດຍ: ກວຽດເຕິມ