ທີ່ກອງປະຊຸມ, ບັນດາຜູ້ແທນທີ່ມາຈາກບັນດາອົງການ, ວິສາຫະກິດຊາວຫວຽດນາມ ຢູ່ຕ່າງປະເທດໄດ້ແລກປ່ຽນກ່ຽວກັບສະພາບການ, ສະພາບຕົວຈິງແຫ່ງການເຄື່ອນໄຫວຂອງຮາກຖານຈໍາໜ່າຍ, ແຈກຢາຍສິນຄ້າຫວຽດນາມ ຢູ່ຕ່າງປະເທດ; ບັນດາມາດຕະການ ແລະບົດຮຽນຕົວຈິງກ່ຽວກັບວຽກງານໂຄສະນາສິນຄ້າຫວຽດນາມ ຢູ່ຕ່າງປະເທດກໍ່ຄືຄວາມຕ້ອງການສົ່ງອອກສິນຄ້າຜະລິດຕະພັນກະເສດ, ສິນທະເລ, ເກີບ, ເກີບສຸບ ແລະຜະລິດຕະພັນຕັດຫຍິບປະເພດຕ່າງໆທີ່ມາຈາກຫວຽດນາມ. 

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ຕຽວງວຽນ.

ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບທິດເຄື່ອນໄຫວໃນໄລຍະຈະມາເຖິງ ເພື່ອຜັນຂະຫຍາຍໜ້າທີ່ໂຄສະນາສິນຄ້າຫວຽດນາມ ຢູ່ຕ່າງປະເທດ, ພິເສດແມ່ນເພີ່ມທະວີການເຊື່ອມຕໍ່, ການຮ່ວມມືລະຫວ່າງບັນດາອົງການພາຍໃນປະເທດ, ອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດ, ວິສາຫະກິດຢູ່ພາຍໃນ ແລະຕ່າງປະເທດ, ກໍ່ຄືຂຸດຄົ້ນຫຼາຍສຸດທ່າແຮງຂອງງານວາງສະແດງດ້ວຍຮູບການຕ່າງໆ, ການເຊື່ອມຕໍ່ທາງໄກ ແລະການຄ້າເອເລັກໂຕນິກເພື່ອເຊື່ອມຕໍ່ການສະໜອງ ແລະຄວາມຕ້ອງການ.

ເນື່ອງໃນໂອກາດນີ້, ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດໄດ້ເຊັນຂໍ້ຕົກລົງຮ່ວມມືກັບສະມາຄົມນັກທຸລະກິດພາກເອກະຊົນຫວຽດນາມ ເພື່ອເພີ່ມທະວີການເຊື່ອມຕໍ່, ສົມທົບກັນໃນວຽກງານເສີມຂະຫຍາຍແຫຼ່ງກຳລັງຊາວຫວຽດນາມ ຢູ່ຕ່າງປະເທດໃຫ້ແກ່ການພັດທະນາເສດຖະກິດຫວຽດນາມ.

ໂດຍ: ຈາງຫງວຽນ