ວັນທີ 9 ຕຸລາ, ບໍລິສັດໂທລະຄົມມະນາຄົມພະລັງງານໄຟຟ້າ ແລະເຕັກໂນໂລຢີຂໍ້ມູນຂ່າວສານ (EVNICT) ເປັນກຽດໄດ້ຮັບນາມມະຍົດ Top 10 ວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ ປີ 2021 ໂດຍສະມາຄົມຊ໊ອບແວ ແລະການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ (VINASA) ຈັດຕັ້ງ.

leftcenterrightdel
ບັນດາວິສາຫະກິດໄດ້ຮັບການເຊີດຊູທີ່ພິທີ. ພາບ: VINASA.

ຕາມນັ້ນແລ້ວ, EVNICT ໄດ້ຮັບນາມມະຍົດ Top 10 ໃນຂົງເຂດວິສາຫະກິດສະໜອງການບໍລິການ, ມາດຕະການຫັນປ່ຽນດີຈີຕອນດ້ວຍສອງຜະລິດຕະພັນຕາງໜ້າ. ລາງວັນທີ່ EVNICT ບັນລຸໄດ້ເປັນການຢັ້ງຢືນບົດບາດຫຼັກແຫຼ່ງຂອງບໍລິສັດໃນວິວັດການຫັນປ່ຽນດີຈີຕອນຂອງກຸ່ມບໍລິສັດພະລັງງານໄຟຟ້າຫວຽດນາມ (EVN), ມຸ່ງໄປເຖິງເປົ້າໝາຍມາຮອດປີ 2025, EVN ກາຍເປັນວິສາຫະກິດດີຈີຕອນ.

ລາຍການ Top 10 ວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ ປີ 2021 ໄດ້ປຸກລະດົມ ແລະຜັນຂະຫຍາຍມາແຕ່ວັນທີ 7 ເມສາ 2021.

ໂດຍ: ຈາງຫງວຽນ