ຕາມເອກະສານ, ວັກຊິນນີ້ຜະລິດສຳເລັດຮູບຢູ່ບໍລິເສັດ AICA Laboraries, Base Business Unit (BBU) AICA - ກູບາ

leftcenterrightdel
ວັກຊິນ Abdala ກັນພະຍາດໂຄວິດ-19 ຂອງກູບາ. ພາບ: AFP/ ສໍານັກຂ່າວສານຫວຽດນາມ.

ທີ່ຫວຽດນາມ, ສູນຄົ້ນຄວ້າ, ຜະລິດວັກຊິນ ແລະຜະລິດຕະພັນຊີວະພາບການແພດ (POLYVAC) ໄດ້ສະເໜີອະນຸມັດຜ່ານວັກຊິນປະເພດນີ້. ກະຊວງສາທາລະນະສຸກ ກໍ່ກໍານົດເງື່ອນໄຂຕິດພ້ອມການອະນຸມັດຜ່ານວັກຊິນ Abdala ໃຫ້ຄວາມຕ້ອງການຮີບດ່ວນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ຕາມນັ້ນແລ້ວ, ກົມຄຸ້ມຄອງການຢາມີຄວາມຮັບຜິດຊອບອອກໃບນໍາເຂົ້າວັກຊິນ Abdala ຕາມກໍານົດເມື່ອຮັບສໍາເນົາເອກະສານຂອງຮາກຖານນໍາເຂົ້າ, ປະຕິບັດຖືກຕາມກຳນົດຂອງກົດໝາຍວ່າດ້ວຍການຄຸ້ມຄອງນໍາເຂົ້າ, ຄຸ້ມຄອງຄຸນນະພາບວັກຊິນນໍາເຂົ້າ. 

ກົມວິທະຍາສາດເຕັກໂນໂລຢີ ແລະບໍາລຸງສ້າງ ມີຄວາມຮັບຜິດຊອບເລືອກເຟັ້ນອົງການມີຄົບເງື່ອນໄຂເພື່ອຕີລາຄາຄວາມປອດໄພ, ປະສິດທິຜົນຂອງວັກຊິນບົນພື້ນຖານຄວາມເຫັນຂອງສະພາທີ່ປຶກສານໍາໃຊ້ວັກຊິນ, ຜະລິດຕະພັນຊີວະພາບການແພດຂອງກະຊວງສາທາລະນະສຸກ (ສະພາທີ່ປຶກສາ) ໃນໄລຍະນໍາໃຊ້.

ກົມການແພດສໍາຮອງ ປະຕິບັດຄວາມຮັບຜິດຊອບທີ່ກ່ຽວຂ້ອງເຖິງການສັກວັກຊິນ Abdala ຕາມກໍານົດ. ສະຖາບັນກວດກາຕີລາຄາວັກຊິນ ແລະຜະລິດຕະພັນຊີວະພາບການແພດແຫ່ງຊາດ ມີຄວາມຮັບຜິດຊອບດໍາເນີນການກວດກາຕີລາຄາ ແລະອອກໃບຢັ້ງຢືນໃຫ້ວັກຊິນ Abdala ອອກຈາກໂຮງງານ ກ່ອນທີ່ນໍາໃຊ້.

ໂດຍ: ດັ້ງເກື່ອງ