leftcenterrightdel
ເສດຖະກິດຫວຽດນາມ ຄາດວ່າຈະຟື້ນຟູພາຍຫຼັງຍົກເລີກຄໍາສັ່ງລ໋ອກດາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ Dorsati Madani ໃຫ້ຂໍ້ສັງເກດວ່າ, ນັບແຕ່ທ້າຍໄຕມາດ III-2021 ເປັນຕົ້ນໄປ, ພື້ນຖານເສດຖະກິດຫວຽດນາມ ຈະຟື້ນຟູຢ່າງແຮງ. ຕາມທ່ານນາງ Madani ແລ້ວ, ເຖິງວ່າປະສົບກັບຄວາມສ່ຽງຫຼາຍຢ່າງດ້ານເສດຖະກິດ ຍ້ອນຜົນກະທົບຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ພື້ນຖານເສດຖະກິດຫວຽດນາມ ໄດ້ພິສູດໃຫ້ເຫັນວ່າມີຄວາມໝັ້ນແກ່ນ  ແລະຂະຫຍັນຂັນເຄື່ອນ. ພື້ນຖານເສດຖະກິດຫວຽດນາມ ສາມາດຟື້ນຟູໃນອະນາຄົດ ສ່ວນໜຶ່ງແມ່ນອີງໃສ່ຕະຫຼາດສົ່ງອອກຕົ້ນຕໍຂອງຫວຽດນາມ, ໃນນັ້ນມີ ອາເມລິກາ, ຈີນ, ສະຫະພາບເອີຣົບ... ລ້ວນແຕ່ພວມຢູ່ໃນທ່າຟື້ນຟູ.

ໂດຍ: ທະນາພອນ