ກ່າວຄຳເຫັນທ່ີກອງປະຊຸມຂ່າວນັດສາມັນຢູ່ນະຄອນຫຼວງໂຕກຽວ, ທ່ານ Motegi ເວົ້າວ່າ “ບົນພື້ນຖານການສະເໜີຂອງບັນດາປະເທດ/ເຂດແຄວ້ນ ທີ່ກ່ຽວຂ້ອງ, ພວກຂ້າພະເຈົ້າໄດ້ຕົກລົງສະໜອງວັກຊິນຈຳນວນ 500.000 ໂດສ ໃຫ້ໄຕ້ຫວັນ, 400.000 ໂດສ ໃຫ້ແກ່ ຫວຽດນາມ, 300.000 ໂດສ ໃຫ້ໄທ ແລະ 100.000 ໂດສ ໃຫ້ບຣູໄນ”.

leftcenterrightdel
ວັກຊິນກັນພະຍາດໂຄວິດ-19 ຂອງ AstraZeneca. ພາບ: ສຳນັກຂ່າວສານຫວຽດນາມ.

ຕາມທ່ານ Motegi ແລ້ວ, ມາຮອດປະຈຸບັນ, ຍີ່ປຸ່ນ ໄດ້ອຸປະຖໍາວັກຊິນຂອງ AstraZeneca ທີ່ຜະລິດຢູ່ ຍີ່ປຸ່ນ ຈຳນວນ 23 ລ້ານໂດສ ໃຫ້ບັນດາປະເທດ/ເຂດແຄວ້ນຢູ່ອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້ ແລະປະເທດເກາະປາຊີຟິກ. ຄຽງຂ້າງກັນນັ້ນ, ຍີ່ປຸ່ນ ກໍ່ໃຫ້ຄຳໝັ້ນສັນຍາອຸປະຖຳເງິນຈຳນວນ 1 ຕ້ືໂດລາສະຫະລັດ ແລະວັກຊິນ 30 ລ້ານໂດສ ຕາມໂຄງການແບ່ງປັນວັກຊິນສາກົນໂຄແວັກ.

ໂດຍ: ແສງເດືອນ