ໃນບົດຂຽນ, ຜູ້ຂຽນ Stefan Kühner ໃຫ້ຮູ້ວ່າ ອຳນາດການປົກຄອງນະຄອນຮ່າໂນ້ຍ ໄດ້ເລີ່ມສັກວັກຊິນກັນໂຄວິດ-19 ໃຫ້ປະຊາຊົນນະຄອນຫຼວງ. ຢູ່ເມືອງຮວ່ານກຽມ ເຊິ່ງເປັນສະຖານທີ່ຕ້ອນຮັບແຂກທ່ອງທ່ຽວເປັນຈໍານວນຫຼວງຫຼາຍໃນເວລາກ່ອນເກີດພະຍາດໂຄວິດ-19, ແຕ່ລະວັນຈະສັກວັກຊິນກັນໂຄວິດ-19 ປະມານ 4.000 ໂດສ ໃຫ້ແກ່ປະຊາຊົນຢູ່ສູນສັກວັກຊິນ 7 ແຫ່ງ. ການສັກວັກຊິນຈະດຳເນີນແຕ່ເດືອນກໍລະກົດ ປີ 2021 ຫາເດືອນເມສາ ປີ 2022 ແລະຄາດວ່າຈະມີຜູ້ໃນເກນອາຍຸແຕ່ 18 – 65 ປີ ປະມານ 5,1 ລ້ານຄົນ ໄດ້ຮັບການສັກວັກຊິນ. ປັດຈຸບັນ, ຫວຽດນາມ ໄດ້ນຳໃຊ້ສ່ວນຫຼາຍແມ່ນວັກຊິນຂອງບັນດາບໍລິສັດ AstraZeneca, Moderna ແລະ Sputnik V.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ຕາມຜູ້ຂຽນແລ້ວ, ຫວຽດນາມ ໄດ້ຄວບຄຸມພະຍາດໂຄວິດ-19 ຢ່າງສຳເລັດຜົນໃນໄລຍະເວລາຍາວ. ຮອດຕົ້ນເດືອນພຶດສະພາທີ່ຜ່ານມາ, ຫວຽດນາມ ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດໂຄສິດ-19 ພຽງແຕ່ປະມານ 3.000 ຄົນ. ເຖິງຢ່າງໃດກໍຕາມນັບແຕ່ເດືອນມິຖຸນາ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ເພີ່ມຂຶ້ນໂດຍໄວ ແລະປັດຈຸບັນແມ່ນມີຜູ້ຕິດເຊື້ອພະຍາດຫຼາຍກວ່າ 100.000 ຄົນແລ້ວ. ອຳນາດການປົກຄອງນະຄອນຮ່າໂນ້ຍ ໄດ້ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານພຍາດໂຄວິດ-19 ຢ່າງຂ້ຽວຂາດ ເພື່ອສະກັດກັ້ນການແຜ່ລາມຂອງພະຍາດໂຄວິດ-19.

ໂດຍ: ທະນາພອນ