ນັບແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດ ຄັ້ງທີ 4 ຢູ່ຫວຽດນາມ, ເຖິງວ່າການດໍາລົງຊີວິດຍັງປະສົບຄວາມຫຍຸ້ງຍາກກໍ່ຕາມ ແຕ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ມີຫຼາຍຮູບການເພື່ອສະໜັບສະໜູນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ພາຍໃນປະເທດ, ຄື: ສົ່ງວັດຖຸ, ອຸປະກອນການແພດ, ທັນຍາຫານ, ສະບຽງອາຫານ, ເງິນສົດ, ແລກປ່ຽນບົດຮຽນກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະສະໝັກເຂົ້າຮ່ວມດ່ານໜ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ພາບປະກອບຈາກ Getty.

​ໄລ່ແຕ່ວັນທີ 5 ມິຖຸນາ 2021 ມາຮອດປະຈຸບັນ, ຈໍານວນເງິນບໍລິຈາກໃຫ້ວຽກງານປ້ອງການ, ຕ້ານພະຍາດ ແລະກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງສະມາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຂຶ້ນເຖິງ 10,5 ຕື້ດົ່ງ. ຄຽງຂ້າງນັ້ນ, ເກືອບ 30 ອົງການ, ສະມາຄົມ, ຄະນະຊາວຫວຽດນາມ ຢູ່ຝຣັ່ງ, ອາເມລິກາ, ການາດາ... ໄດ້ປຸກລະດົມຂະບວນການ “ຮ່ວມແຮງຮ່ວມໃຈເພື່ອຫວຽດນາມ” ແລະ “ວັກຊິນ      ຈໍານວນ 10.000 ໂດສ ໃຫ້ຫວຽດນາມ” ຈະສົ່ງເມືອປະເທດໂດຍໄວ ເພື່ອແນໃສ່ໜູນຊ່ວຍໃຫ້ປະຊາຊົນ, ພິເສດແມ່ນທ່ານໝໍ ແລະຜູ້ກໍາລັງປະຕິບັດງານຢູ່ດ່ານໜ້າຜ່ານຜ່າພະຍາດໂຄວິດ-19.

ໂດຍ: ຈາງຫງວຽນ