leftcenterrightdel
ພະນັກງານຄະນະຊາວໜຸ່ມທະຫານເຂດ 2 ມອບ “ເຮືອນ 100 ດົ່ງ” ໃຫ້ໂຮງຮຽນອະນຸບານຮວ້າມີ. ພາບ: ຮົ່ງຊ໊າງ.

ຮູບແບບໄດ້ຜັນຂະຫຍາຍດ້ວຍວິທີການຂົນຂວາຍພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມແຕ່ລະຄົນທຸກໆມື້ແມ່ນໃຫ້ປະຢັດເງິນ 100 ດົ່ງດ້ວຍຫຼາຍຮູບການ, ຄື: ເກັບໂຮມສິ່ງເສດເຫຼືອທີ່ສາມາດຜະລິດຄືນໃໝ່; ເພີ່ມເວລາໃນການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ, ເພີ່ມພູນຜະລິດຜົນ; ປະຢັດການໃຊ້ຈ່າຍ; ມອດໄຟຟ້າເມື່ອບໍ່ມີຄວາມຕ້ອງການນໍາໃຊ້... ຈໍານວນເງິນທີ່ຫາໄດ້ແມ່ນຈະສ້າງເປັນກອງທຶນ, ຫຼັງຈາກນັ້ນສໍາຫຼວດ, ຄັດເລືອກພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ເປົ້າໝາຍນະໂຍບາຍ, ຄອບຄົວປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່ເພື່ອໜູນຊ່ວຍການກໍ່ສ້າງເຮືອນ. ແຕ່ເດືອນ ກຸມພາ 2012 ຮອດທ້າຍເດືອນມິຖຸນາ 2021, ໄວໜຸ່ມທົ່ວກອງທັບໄດ້ໜູນຊ່ວຍກໍ່ສ້າງ “ເຮືອນ 100 ດົ່ງ” ໄດ້ 785 ຫຼັງ (ມີມູນຄ່າແຕ່ 50 ເຖິງ 80 ລ້ານດົ່ງ/ຫຼັງ) ພ້ອມກັບຫຼາຍຮ້ອຍພັນເທື່ອຄົນມາຊ່ວຍກໍ່ສ້າງ.

ໂດຍ: ເຈິ່ນຮວ່ຽນ