ໂຄງການໄຟຟ້າໃຊ້ພະລັງງານແຮງລົມຢູ່ທະເລ ຫວີ໊ງຝອງ, ທີ່ແຂວງບິ່ງທ້ວນ ຫາກໍ່ໄດ້ຮັບການລົງນາມໃນບົດບັນທຶນຊ່ວຍຈໍາການຮ່ວມມືລະຫວ່າງບໍລິສັດຮ່ວມທຸລະກິດ Zarubezhneft JSC (ລັດເຊຍ) ແລະ DEME Concessions Wind NV (ແບບຊິກ) ພ້ອມກັບບໍລິສັດສະມາຊິກແມ່ນ Vietsovpetro ແລະ DEME Offshore.

leftcenterrightdel
ໂຄງການໄຟຟ້າໃຊ້ພະລັງງານແຮງລົມຢູ່ທະເລ ຫວີ໊ງຝອງ ໄລຍະ 1 ຄາດວ່າຈະເປີດໃຊ້ງານໃນປີ 2026 ດ້ວຍກໍາລັງຜະລິດ 600 ເມກາວັດ. ພາບ: vov.vn.

ດ້ວຍກໍາລັງຜະລິດ 1.000 ເມກາວັດ, ນີ້ໄດ້ຮັບຖືວ່າເປັນຄວາມຫວັງນີ້ແມ່ນໜຶ່ງໃນບັນດາຟາມໄຟຟ້າໃຊ້ພະລັງງານແຮງລົມຢູ່ທະເລແຫ່ງທຳອິດຂອງຫວຽດນາມ.

ໂຄງການໄຟຟ້າໃຊ້ພະລັງງານແຮງລົມຢູ່ທະເລ ຫວີ໊ງຝອງ ໄດ້ແບ່ງເປັນສອງໄລຍະ. ເປີດໃຊ້ງານການຄ້າໄລຍະ 1 ດ້ວຍກໍາລັງຜະລິດ 600 ເມກາວັດ ໃນປີ 2026 ແລະ 400 ເມກາວັດ ທີ່ຍັງເຫຼືອ (ໄລຍະ 2) ຄາດວ່າຈະເປີດໃຊ້ງານການຄ້າໃນປີ 2030. ເມື່ອເປີດໃຊ້ງານບໍ່ພຽງແຕ່ສະໜອງໄຟຟ້າຫຼາຍຕື້ kWh ໃຫ້ລະບົບໄຟຟ້າແຫ່ງຊາດເທົ່ານັ້ນ ຫາກຍັງປະກອບແຫຼ່ງລາຍຮັບເຂົ້າງົບປະມານປະມານ 10.000 ຕື້ດົ່ງ, ສ້າງວຽກເຮັດງານທຳໃຫ້ປະມານ 2.500 ຄົນ.

ໂດຍ: ເກື່ອງດັ້ງ