ໃນການປະມູນລາຄາ, ໝາກລິນຈີ່ສົດກ່ອງດຽວທີ່ມີຄຸນນະພາບພິເສດຂອງ ຫວຽດນາມ ຖືກຊື້ດ້ວຍລາຄາ 3 ພັນ AUD.

leftcenterrightdel
ແນະນຳໝາກລິນຈີ່ສົດຂອງຫວຽດນາມ ເຖິງຜູ້ບໍລິໂພກອົດສະຕາລີ. ພາບ: vov.vn.

ທ່ານ ຫງວຽນຝູ໋ຮວ່າ, ຫົວໜ້າຫ້ອງການການຄ້າຫວຽດນາມ ປະຈຳ ອົດສະຕາລີ ໃຫ້ຮູ້ວ່າ ຈໍານວນເງິນທີ່ໄດ້ຮັບຈະສົ່ງເມືອຫວຽດນາມ ເພື່ອຊ່ວຍເຫຼືອເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດປູກຕົ້ນລິນຈີ່: “ປີນີ້, ຄຸນນະພາບຂອງໝາກລິນຈີ່ຫວຽດນາມ ແຊບຫຼາຍ. ບໍລິສັດສົ່ງອອກກໍ່ຄືຈຳໜ່າຍໄດ້ເອົາໃຈໃສ່ເຖິງຍີ່ຫໍ້ ແລະການຫຸ້ມຫໍ່. ຍ້ອນເຫດນັ້ນຫ້ອງການການຄ້າໄດ້ຕົກລົງຈັດການປະມູນລາຄາໝາກລິນຈີ່ເພື່ອເພີ່ມມູນຄ່າໝາກລິນຈີ່ຂອງຫວຽດນາມ ໃນຕະຫຼາດອົດສະຕາລີ. ຫ້ອງການການຄ້າຫວຽດນາມ ພ້ອມກັບບໍລິສັດ 4waysfresh ຈະໃຊ້ເງິນທັງໝົດຈາກການປະມູນລາຄາເພື່ອສະໜັບສະໜູນໃຫ້ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກຢູ່ເຂດປູກຕົ້ນລິນຈີ່ຂອງຫວຽດນາມ.

ເມື່ອໝາກລິນຈີ່ 17 ໂຕນງວດທຳອິດຂອງຫວຽດນາມ ໄດ້ຜ່ານຊາຍແດນ, ບັນດາຮ້ານສັບພະສິນຄ້າໃນອາຊີ ຈະຮັບເອົາໝາກລິນຈີ່ມາຂາຍໂດຍທັນທີ, ໃນນັ້ນມີຮ້ານສັບພະສິນຄ້າ 6 ແຫ່ງສັງກັດລະບົບ MCQ, ຮ້ານສັບພະສິນຄ້າ 8 ແຫ່ງສັງກັດລະບົບ Five seansons ແລະຮ້ານສັບພະສິນຄ້າ 5 ແຫ່ງຂອງບໍລິສັດ WA Grow Fresh.

ໂດຍ: ທະນາພອນ