leftcenterrightdel
(ພາບປະກອບ: VGP)

ໃນກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ທີ່ດຳເນີນໃນຕອນເຊົ້າວັນທີ 18 ມິຖຸນາ, ຄະນະປະຈຳຄະນະຊີ້ນຳແຫ່ງຊາດ ໄດ້ເຫັນດີເປັນເອກະພາບ ສ້າງເງື່ອນໄຂຢ່າງສຸດຂີດແກ່ການທົດລອງສັກວັກຊິນກັນພະຍາດໂຄວິດ-19 “made in Vietnam”. ຖ້າຫາກວ່າ ການສັກທົດລອງດັ່ງກ່າວ ບັນລຸໝາກຜົນດີ, ໃນສະພາບການທີ່ຂາດແຄນວັກຊິນຄືແນວນີ້, ກະຊວງສາທາລະນະສຸກຫວຽດນາມ ຈະຍື່ນສະເໜີຕໍ່ບັນດາອົງການທີ່ມີສິດອຳນາດຮັບຮອງເອົາ ເພື່ອເອົາໄປນຳໃຊ້ໃນກໍລະນີທີ່ຮີບດ່ວນ.

ປັດຈຸບັນ, ວິສາຫະກິດຈຳນວນໜຶ່ງໄດ້ລົງທຶນໂຮງຈັກໂຮງງານ, ຊອກຫາເຕັກໂນໂລຢີການຜະລິດວັກຊິນພາຍໃນປະເທດ ແລະ ສາກົນ, ພະຍາຍາມຮອດທ້າຍປີ 2021 ນີ້, ຊ້າສຸດແມ່ນຕົ້ນປີ 2022 ຈະມີໂຮງງານຜະລິດວັກຊິນແຫ່ງໜຶ່ງທີ່ມີຂອບຂະໜາດໃຫຍ່ໄດ້ນຳເຂົ້າເຄື່ອນໄຫວ.

ແຫຼ່ງຄັດຈາກ: vovworld.vn