ທ່ານ ບຸ່ຍແທັງເຊິນ ໃຫ້ຮູ້ວ່າ ໂດຍຕອບສະໜອງຄຳຮຽກຮ້ອງຂອງທ່ານປະທານປະເທດ, ນາຍົກລັດຖະມົນຕີ, ແນວໂຮມປະເທດຊາດ ແລະກະຊວງການຕ່າງປະເທດ, ນັບແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດ ຄັ້ງທີ 4, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເອົາໃຈໃສ່, ຕິດຕາມ, ກຽມພ້ອມທີ່ຈະຮ່ວມເດີນທາງ ແລະແບ່ງປັນກັບພໍ່ແມ່ປະຊາຊົນພາຍໃນປະເທດເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19. ນັບແຕ່ເມື່ອທ່ານນາຍົກລັດຖະມົນຕີຕົກລົງສ້າງຕັ້ງກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19 ມາຮອດປະຈຸບັນ, ຊາວຫວຽດນາມ ອາໄສຢູ່ໃນໂລກ, ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະປະຕິບັດພັນທະພົນລະເມືອງກັບປະເທດປະຈຳຖິ່ນກໍ່ຕາມ, ແຕ່ຍັງຄົງຕອບສະໜອງນ້ຳໃຈ “ຮັກແພງຊ່ວຍເຫຼືອກັນ” ບໍລິຈາກ, ສະໜັບສະໜູນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ໃນປະເທດຢ່າງແຮງ.

leftcenterrightdel
ທ່ານ ບຸ່ຍແທັງເຊິນ  ລັດຖະມົນຕີການຕ່າງປະເທດຫວຽດນາມ ມອບສັນຍາລັກເງິນຈຳນວນ 6,2 ຕື້ດ່ົງຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ໂດ໊ວັນຈ໊ຽນ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສະແດງຄວາມຂອບອົກຂອບໃຈກະຊວງປ້ອງກັນປະເທດ ທີ່ໄດ້ມອບຈຳນວນເງິນບໍລິຈາກຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພະນັກງານ, ພາລະກອນ, ລັດຖະກອນກະຊວງການຕ່າງປະເທດ, ຫ້ອງວ່າການສະພາແຫ່ງຊາດລາວ, ບັນດາອົງການ, ອົງການຈັດຕັ້ງພາຍໃນ ແລະຕ່າງປະເທດເພື່ອສະໜັບສະໜູນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານ ໂດ໊ວັນຈ໊ຽນ ຕີລາຄາສູງ ແລະຂອບໃຈການໜູນຊ່ວຍຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດນັບທັງດ້ານວັດຖຸ ແລະຈິດໃຈ, ສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈຂອງຊາດ ແລະຍາມໃດກໍ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

ໂດຍ: ແສງເດືອນ