ພາຍຫຼັງການປິ່ນປົວທີ່ຕັ້ງໜ້າຕາມຂັ້ນຕອນແຍກປ່ຽວຢ່າງເຄັ່ງຄັດ, ດ້ວຍກໍາລັງຄວາມສາມາດດ້ານວິຊາສະເພາະ ແລະການເບິ່ງແຍງດູແລຂອງແພດໝໍຫວຽດນາມຢ່າງສຸດໃຈ, ຄົນເຈັບຜູ້ດັ່ງກ່າວໄດ້ຫາຍດີ, ອອກໂຮງໝໍແລ້ວ ແລະໄດ້ອອກຈາກຫວຽດນາມໄປໃນວັນທີ 15 ມິຖຸນາ ເພື່ອກັບຄືນໄປສືບຕໍ່ປະຕິບັດງານ. ນີ້ເປັນຄັ້ງທໍາອິດທີ່ຫວຽດນາມ ຮັບປິ່ນປົວຄົນເຈັບທີ່ເປັນພາລະກອນຂອງ ສປຊ ຕາມກົນໄກ MEDEVAC, ເປັນຂີດໝາຍແຫ່ງການພັດທະນາໃໝ່ໃນການພົວພັນຮ່ວມມືຮອບດ້ານຫວຽດນາມ - ສປຊ. ການກະທໍານີ້ອີກເທື່ອໜຶ່ງໄດ້ຢັ້ງຢືນມູນເຊື້ອມະນຸດສະທໍາຂອງຊາດຫວຽດນາມ, ເຈດຕະນາດີ ແລະຄໍາໝັ້ນສັນຍາປະກອບສ່ວນຂອງຫວຽດນາມ ເຂົ້າໃນການຮ່ວມມືສາກົນ ເພື່ອຮ່ວມແຮງຮ່ວມໃຈຮັບມືກັບໂລກລະບາດ.

leftcenterrightdel
ປິ່ນປົວຄົນເຈັບທີ່ຕິດເຊື້ອໂຄວິດ-19 ຢູ່ຫວຽດນາມ. ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ການນໍາ ແລະຜູ້ຕາງໜ້າ ສປຊ ຂັ້ນຕ່າງໆໄດ້ສະແດງຄວາມຕື້ນຕັນໃຈຕໍ່ເຈດຕະນາດີ ແລະນໍ້າໃຈສາມັກຄີສາກົນຂອງຫວຽດນາມ, ພ້ອມທັງຕີລາຄາສູງຕໍ່ກໍາລັງຄວາມສາມາດດ້ານວິຊາສະເພາະ, ຄວາມສາມາດປະກອບສ່ວນນັບມື້ນັບຫຼາຍຂຶ້ນຂອງຂະແໜງການແພດຫວຽດນາມ ຕໍ່ກັບວຽກງານສົ່ງເສີມ ແລະປົກປ້ອງສຸຂະພາບປະຊາຊົນ ກໍຄືປະກອບສ່ວນເປີດກວ້າງການຮ່ວມມືສາກົນ,  ຍົກສູງຖານະບົດບາດ, ທີ່ຕັ້ງຂອງປະເທດຊາດ. ພິເສດ, ທ່ານ Atul Khare ຮອງເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ ວຽກນີ້ມີຄວາມໝາຍສໍາຄັນ, ປະກອບສ່ວນໜູນຊ່ວຍ ສປຊ ປະຕິບັດສໍາເລັດໜ້າທີ່ຂອງຕົນຢູ່ພາກພື້ນ, ພ້ອມທັງສະແດງຄວາມປາດຖະໜາວ່າຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກຫວຽດນາມ ໃນໄລຍະຈະມາເຖິງ. ເນື່ອງໃນໂອກາດນີ້, ທ່ານ Atul Khare ກໍຂອບໃຈ ຫວຽດນາມ ທີ່ສືບຕໍ່ສົ່ງກໍາລັງເຂົ້າຮ່ວມໂຮງໝໍກາງສະໜາມຂັ້ນ 2 ຢູ່ ສ.ຊູດັງໃຕ້ ແລະໄດ້ສັກວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ພະນັກງານ, ນາຍທະຫານທີ່ໄດ້ສົ່ງໄປປະຕິບັດໜ້າທີ່.

ໂດຍ: ໄຊຊະນະ