ວັກຊິນດັ່ງກ່າວມີຊື່ວ່າ VAEVRIA Intramuscular (ຫຼື Covid-19 Vaccine AstraZeneca Injection), ວັກຊິນສັກໃສ່ແຂນ, 1 ຂວດມີ 10 ໂດສ, ແຕ່ລະໂດສ ແມ່ນ 0.5ml.

leftcenterrightdel
ຕູ້ container ເກັບຮັກສາວັກຊິນຈາກຍີ່ປຸ່ນ ມາຫວຽດນາມ ພວມຂົນລົງຈາກບິນຍົນເພື່ອເຄື່ອນຍ້າຍໄປສາງເກັບຮັກສາ. ພາບ: qdnd.vn.

ກ່າວຄຳເຫັນທີ່ພິທີຕ້ອນຮັບ, ທ່ານ ຫງວຽນແທງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ ທ່ານມີຄວາມປິຕິຊົມຊື່ນເມື່ອໄດ້ຮັບວັກຊິນກັນໂຄວິດ-19 ຈາກລັດຖະບານຍີ່ປຸ່ນ. ຂອງຂວັນອັນລ້ຳຄ່ານີ້ສະແດງໃຫ້ເຫັນສາຍພົວພັນອັນດີງາມຂອງລັດຖະບານ ແລະປະຊາຊົນຍີ່ປຸ່ນ ທີ່ມີຕໍ່ລັດຖະບານ ແລະປະຊາຊົນຫວຽດນາມ, ພິເສດໃນສະພາບການໂລກລະບາດມີການຜັນແຢຢ່າງສັບສົນ ແລະຂາດແຄນແຫຼ່ງສະໜອງວັກຊິນໃນທົ່ວໂລກ. ທ່ານລັດຖະມົນຕີ ຫງວຽນແທງລອງ ຢືນຢັນວ່າ: "ຫວຽດນາມໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ວັກຊິນເຫຼົ່ານີ້ໃຫ້ມີປະສິດທິຜົນ ແລະວ່ອງໄວທີ່ສຸດ". ທ່ານລັດຖະມົນຕີກະຊວງສາທາລະນະສຸກ ກໍ່ໃຫ້ຮູ້ວ່າ ຫວຽດນາມ ແມ່ນປະເທດທຳອິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ໄດ້ຮັບການຊ່ວຍເຫຼືອວັກຊິນກັນໂຄວິດ-19 ຈາກຍີ່ປຸ່ນ.

leftcenterrightdel
ທ່ານລັດຖະມົນຕີ ຫງວຽນແທງລອງ ຮັບວັກຊິນກັນໂຄວິດ-19 ໂດຍລັດຖະບານຍີ່ປຸ່ນ ມອບໃຫ້ຫວຽດນາມ. ພາບ: qdnd.vn.
leftcenterrightdel
ລົດຂົນວັກຊິນເຂົ້າສາງເກັບຮັກສາສິນຄ້າຢູ່ສະໜາມບິນສາກົນໂນ້ຍບ່າຍ. ພາບ: qdnd.vn.

ກ່າວຄຳເຫັນທີ່ພິທີ, ທ່ານ Yamada Takio ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ ໄດ້ເນັ້ນໜັກວ່າ ນີ້ແມ່ນການພິສູດໃຫ້ເຫັນເຖິງນ້ຳໃຈໄມຕີຈິດມິດຕະພາບອັນເລິກເຊິ່ງລະຫວ່າງສອງປະເທດຫວຽດນາມ ແລະຍີ່ປຸ່ນ. ຍີ່ປຸ່ນ ປາດຖະໜາຢາກຮ່ວມສຳພັນກັບປະຊາຄົມສາກົນ, ພິເສດແມ່ນຫວຽດນາມ ເພື່ອພ້ອມກັນຜ່ານຜ່າພະຍາດໂຄວິດ-19. ທ່ານເອກອັກຄະລັດຖະທູດ Yamada Takio ກ່າວໃນພິທີວ່າ "ຫວຽດນາມ ມານະພະຍາຍາມເອົາຊະນະ Corona ເດີ".

ໂດຍ: ທະນາພອນ