leftcenterrightdel
ສັກຢາກັນພະຍາດໂຄວິດ-19 ໃຫ້ພະນັກງານການແພດ. ພາບ: ຕ້າງວຽນ.

ຕາມທ່ານລັດຖະມົນຕີກະຊວງສາທາລະນະສຸກແລ້ວ, ທຸກສະຖານທີ່ສັກຢາກັນພະຍາດຄັ້ງນີ້ສ້າງເປັນເຄືອຂ່າຍສັກຢາກັນພະຍາດທາງອອນລາຍ, ຜ່ານການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ຈະເປີດເຜີຍຂໍ້ມູນຕ່າງໆກ່ຽວກັບຈຳນວນຜູ້ໄດ້ສັກວັກຊິນ, ປະລິມານວັກຊິນໄດ້ນຳໃຊ້. ການສັກວັກຊິນກັນພະຍາດໄດ້ຈັດຕັ້ງຖືກບ່ອນຈະສາມາດຄວບຄຸມຢ່າງເຄັ່ງຄັດໃນລະບົບບໍລິຫານການສັກຢາກັນພະຍາດອອນລາຍແທນທີ່ຈະມອບໃຫ້ບັນດາອົງການຄຸ້ມຄອງຄືກ່ອນນີ້. ຕາມນັ້ນແລ້ວ, ສະຖານທີ່ສັກຢາກັນພະຍາດປະມານ 15.000 ແຫ່ງໄດ້ມີບຸກຄະລາກອນຮັບຜິດຊອບ, ບັນຊີຈະອັບເດດ ແລະນຳເຂົ້າແຜນທີ່ສັກຢາກັນພະຍາດ, ເປີດເຜີຍກ່ຽວກັບຂັ້ນຕອນສັກຢາກັນພະຍາດ, ປະລິມານວັກຊິນທີ່ໄດ້ນຳໃຊ້, ຈຳນວນຜູ້ທີ່ໄດ້ສັກວັກຊິນແລ້ວເພື່ອໃຫ້ປະຊາຊົນຮັບຊາບ.

ໂດຍ: ແສງເດືອນ