leftcenterrightdel
ສະມາຄົມພຸດທະສາສະໜາຫວຽດນາມ ມອບຊຸດກວດຫາເຊື້ອໂຄວິດ-19 2.000 ຊຸດໃຫ້ເນປານ. ພາບ: baotintuc.vn.

ພະອາຈານ ທິກງວຽນຈິ໊ງ ຮອງຫົວໜ້າຫ້ອງການສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່າ ພະຍາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະກໍ່ຜົນຮ້າຍຢ່າງໃຫຍ່ຫຼວງໃຫ້ປະຊາຊົນເນປານ. ພະສົງສຳມະເນນ, ພຸດທະສາສະນິກະຊົນສະມາຄົມພຸດທະສາສະໜາຫວຽດນາມ ມອບຊຸດກິດກວດຫາເຊື້ອໂຄວິດ-19 ຈຳນວນ 2.000 ຊຸດໃຫ້ເນປານ, ໄດ້ສະແດງໃຫ້ເຫັນອາລົມຈິດຂອງພະສົງສຳມະເນນ, ພຸດທະສາສະນິກະຊົນສະມາຄົມພຸດທະສາສະໜາຫວຽດນາມ ທີ່ມີຕໍ່ປະຊາຊົນເນປານ, ປາດຖະໜາຢາກໃຫ້ປະຊາຊົນເນປານ ຜ່ານຜ່າໂລກລະບາດໂດຍໄວ.

ໂດຍ: ເກື່ອງດັ້ງ