ກ່າວຄໍາເຫັນທີ່ວາລະປຶກສາຫາລືລວມ, ທ່ານ ດ່າວງອັກຢຸງ ສະແດງຄວາມຊົມເຊີຍ ແລະເຫັນດີເປັນເອກະພາບກັບຫົວຂໍ້ຂອງກອງປະຊຸມ, ພ້ອມທັງສະໜັບສະໜູນຂໍ້ລິເລີ່ມຂອງ ILO ກ່ຽວກັບ “ປະຕິກິລິຍາທົ່ວໂລກມຸ່ງເຖິງການຟື້ນຟູໂດຍຖືເອົາມະນຸດເປັນໃຈກາງພາຍຫຼັງວິກິດການພະຍາດໂຄວິດ-19” ແລະນໍາໃຊ້ຖະແຫຼງການສະຕະວັດຂອງ ILO ກ່ຽວກັບອະນາຄົດວຽກເຮັດງານທໍາຄືຂັ້ນຕອນປະຕິບັດ.

leftcenterrightdel
ຄະນະຜູ້ແທນ 3 ຝ່າຍຂອງຫວຽດນາມ ໂດຍທ່ານລັດຖະມົນຕີ ດ່າວງອັກຢຸງ ເປັນຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມທາງອອນລາຍ. ພາບ: ທູກູກ.

ຕາມທ່ານ ດ່າວງອັກຢຸງ ນີ້ກໍ່ແມ່ນບູລິມະສິດເຊິ່ງລັດຖະບານຫວຽດນາມ ກໍາລັງຊຸກຍູ້ປະຕິບັດ. ນັບແຕ່ພະຍາດໂຄວິດ-19 ຫາກໍ່ເກີດຂຶ້ນໃນໂລກ ແລະແຜ່ລະບາດເຂົ້າຫວຽດນາມ ໃນປີ 2020, ດ້ວຍການຮ່ວມແຮງຮ່ວມໃຈ ແລະສະໜັບສະໜູນຂອງຊາວຜູ້ອອກແຮງງານ, ປະຊາຄົມວິສາຫະກິດ ແລະທົ່ວສັງຄົມ, ຫວຽດນາມ ໄດ້ປະຕິບັດມາດຕະການປ້ອງກັນ, ຕ້ານ ແລະຄວບຄຸມພະຍາດໄດ້ຢ່າງຂ້ຽວຂາດ “ຕ້ານພະຍາດຄືຕ້ານສັດຕູ”. ລັດຖະບານໄດ້ຍົກອອກຫຼາຍມາດຕະການ, ນະໂຍບາຍພ້ອມກັບບ້ວງເງິນໜູນຊ່ວຍຊີວິດສັງຄົມໃຫ້ປະຊາຊົນ, ພິເສດແມ່ນເປົ້າໝາຍທີ່ມີຄວາມສ່ຽງສູງ, ຊ່ວຍບັນດາວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ຜະລິດ, ດໍາເນີນທຸລະກິດໃຫ້ເປັນປົກກະຕິ, ຮັກສາວຽກເຮັດງານທໍາໃຫ້ຊາວຜູ້ອອກແຮງງານ.

ໂດຍ: ກວຽດເຕີມ