leftcenterrightdel
ຂອງຂວັນແຕ່ລະພູດມີມູນຄ່າ 15 ໂດລາສະຫະລັດ ລວມມີເຂົ້າຈ້າວ, ໝີ່ສຳເລັດຮູບ ແລະບັນດາເຄື່ອງໃຊ້ທີ່ຈຳເປັນໄດ້ມອບໃຫ້ຄົນເຊື້ອຊາດຫວຽດນາມ ກວ່າ 400 ຄອບຄົວ ແລະຄົນກຳປູເຈຍ ໃນທ້ອງຖິ່ນກວ່າ 30 ຄອບຄົວ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ເຈິ່ນວັນນຳ, ປະທານສະມາຄົມຂະແມ-ຫວຽດນາມ ແຂວງ Preah Sihanouk ໃຫ້ຮູ້ວ່າ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ໃນເວລາກວ່າໜຶ່ງເດືອນຜ່ານມາອຳນາດການປົກຄອງທ້ອງຖິ່ນໄດ້ໝູນໃຊ້ມາດຕະການປິດລ້ອມນະຄອນ Preah Sihanouk ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຄົມຢູ່ທີ່ນີ້ປະສົບກັບຄວາມຫຍຸ້ງຍາກກວ່າອີກເມື່ອບໍ່ສາມາດໄປມາ, ທຳມາຫາກິນໄດ້.

leftcenterrightdel
ກິດຈະກຳມະນຸດສະທຳນີ້ຈະຊ່ວຍໃຫ້ພໍ່ແມ່ປະຊາຊົນມີອາຫານຕື່ມອີກເພື່ອຕ້ານໄພອຶດຫິວ ແລະເຮັດໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບເປັນປົກກະຕິ. ພາບ: ສຳນັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານໄດ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ແຂວງ  Preah Sihanouk ກ່າວຄໍາຂອບອົກຂອບໃຈຕໍ່ພັກ, ລັດ, ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງ Preah Sihanouk ແລະບັນດາຜູ້ໃຈບຸນໃຈກຸສົນພາຍໃນ ແລະນອກທ້ອງຖິ່ນຍາມໃດກໍ່ເອົາໃຈໃສ່, ສະຫງວນການຊ່ວຍເຫຼືອອັນລ້ຳຄ່າໃຫ້ຊາວຫວຽດນາມ ອາໄສຢູ່ທີ່ນີ້.

ໂດຍ: ແສງເດືອນ