leftcenterrightdel
ລົດເຂົ້າໄປເຖິງບ່ອນພົ່ນຢາຂ້າເຊື້ອ. ພາບ: ດຶກຈ້ອງ.
leftcenterrightdel
ກໍາລັງທະຫານເຄມີດໍາເນີນການພົ່ນຢາຂ້າເຊື້ອຢູ່ເຂດອຸດສາຫະກໍາ ເວິນຈຸງ (ເມືອງຫວຽດອຽນ, ແຂວງບັກຢາງ). ພາບ: ດຶກຈ້ອງ.

ກໍາລັງທະຫານເຄມີ ທະຫານເຂດ 1 ໄດ້ລະດົມພະນັກງານ, ນັກຮົບ 22 ຄົນ ດ້ວຍອຸປະກອນປ້ອງກັນທາດພິດຢ່າງຄົບຊຸດ, ນໍາໃຊ້ລົດສະເພາະ 5 ຄັນພ້ອມກັບທາດເຄມີ Cloramin B ຈໍານວນ 300 ກິໂລກຣາມ... ສົມທົບກັບກອງບັນຊາການທະຫານແຂວງບັກຢາງ, ຄະນະຄຸ້ມຄອງເຂດອຸດສາຫະກໍາ ເວິນຈຸງ, ຊອງເຄ-ໂນ້ຍຮວ່າງ ດໍາເນີນການພົ່ນຢາຂ້າເຊື້ອໃຫ້ 300 ກວ່າໂຮງງານດ້ວຍເນື້ອທີ່ກວ່າ 5,1 ເຮັກຕາ. ສໍາລັບທາງແຄບທີ່ລົດບໍ່ສາມາດເຂົ້າໄປໄດ້, ກໍາລັງການແພດພ້ອມກັບນັກຮົບໄດ້ນຸ່ງຊຸດປ້ອງກັນ ເປ້ຖັງຊີດດໍາເນີນການຂ້າເຊື້ອ.

ຄາດຄະເນວ່າ ໃນ 3 ວັນ ແຕ່ວັນທີ 16-19 ພຶດສະພາ, ທະຫານເຂດ 1 ຈະສືບຕໍ່ຊີ້ນໍາກໍາລັງທະຫານເຄມີ ດໍາເນີນການພົ່ນຢາຂ້າເຊື້ອຢູ່ເຂດອຸດສາຫະກໍາ ກວາງເຈົາ, ດິ່ງຈ໊າມ, ບັນດາເມືອງ: ລ້າງຢາງ, ຫວຽດອຽນ, ເຕິນອຽນ, ລຸກນາມ ແລະໂຮງໝໍຊົ່ວຄາວເລກ 1, ໂຮງໝໍແຂວງ; ສູນຈໍາກັດບໍລິເວນຢູ່ຕາມເມືອງ, ນະຄອນ ແລະສູນຈໍາກັດບໍລິເວນ 3 ແຫ່ງຂອງແຂວງບັກຢາງ.

ໂດຍ: ໄຊຊະນະ