ສັນຍາການຄ້າເສລີອີຢູ-ຫວຽດນາມ (EVFTA) ມີຜົນສັກສິດໄດ້ຊ່ວຍເພີ່ມຄວາມສາມາດແກ່ງແຍ້ງລະຫວ່າງຕະຫຼາດອີຢູ ແລະຫວຽດນາມ. EVFTA ມີຄວາມໝາຍວ່າຍົກເວັ້ນພາສີ ແລະເຮັດໃຫ້ບັນດາສາຍພົວພັນດ້ານການຄ້າ ແລະດໍາເນີນທຸລະກິດເລິກເຊິ່ງກວ່າ. ນີ້ແມ່ນກາລະໂອກາດໃຫຍ່ໃຫ້ບໍລິສັດອີຢູ ແລະເປີດກາລະໂອກາດຄູ່ຮ່ວມມື, ຄູ່ເຈລະຈາ, ການຮ່ວມມື ແລະສ້າງສາຍພົວພັນໝັ້ນແກ່ນກວ່າກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້.

leftcenterrightdel
ການຜະລິດລົດໂອໂຕຢູ່ໂຮງງານ Ford ຫາຍເຢືອງ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂະນະນັ້ນ, ການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA), ໃນນັ້ນ ອີຢູ ແລະຫວຽດນາມ ຕັດສິນໃຈສ້າງເງື່ອນໄຂສະດວກກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນໃຫ້ບັນດາວິສາຫະກິດສອງຝ່າຍ. ການສໍາຫຼວດກ່ຽວກັບດັດຊະນີສະພາບແວດລ້ອມແຫ່ງການດໍາເນີນທຸລະກິດໄຕມາດທີ I ປີ 2021 ໂດຍຫ້ອງການການຄ້າເອີລົບ (EuroCham) ປະຕິບັດສະແດງໃຫ້ເຫັນການນໍາວິສາຫະກິດເອີລົບ ຍັງເຊື່ອໝັ້ນຕໍ່ພື້ນຖານເສດຖະກິດຫວຽດນາມ.

ໃນວັນດຽວກັນ, ສະຖາບັນຄົ້ນຄວ້າການຄ້າສາກົນ ສັງກັດສະຫະສະມາຄົມການຄ້າສາກົນສ.ເກົາຫຼີ (KITA) ປະກາດບົດລາຍງານໃຫ້ຮູ້ວ່າ ຫວຽດນາມ ໄດ້ ແລະພວມໄດ້ຮັບຄວາມເອົາໃຈໃສ່ຄືດັ່ງຕະຫຼາດລົງທຶນທີ່ຈັບອົກຈັບໃຈຢູ່ອາຊີຕາເວັນອອກສ່ຽງໃຕ້.

ໂດຍ: ເຈິ່ນຮວ່ຽນ