ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ເລກົງແທ່ງ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ໃຫ້ຮູ້ວ່າ ກົດໝາຍວ່າດ້ວຍການປົກປ້ອງສິ່ງແວດລ້ອມ 2020 ໄດ້ຮັບການຮັບຮອງເອົາແມ່ນມີຫຼາຍຈຸດໃໝ່ເມື່ອທຽບໃສ່ກັບຂໍ້ກໍານົດວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ແລະປົກປ້ອງສິ່ງແວດລ້ອມ; ຈັດຕັ້ງ ແລະພັດທະນາຕະຫຼາດກາກບອນຢູ່ພາຍໃນປະເທດໃຫ້ສອດຄ່ອງກັບເງື່ອນໄຂພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄືຄໍາໝັ້ນສັນຍາສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງຫວຽດນາມ.

leftcenterrightdel
ທ່ານ ເລກົງແທ່ງ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ກ່າວຄໍາເຫັນທີ່ກອງປະຊຸມທາງໄກຢູ່ສໍານັກງານກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ. ພາບ: baotainguyenvamoitruong.vn.

ຂໍ້ກໍານົດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ລະບຸໄວ້ໃນກົດໝາຍວ່າດ້ວຍການປົກປ້ອງສິ່ງແວດລ້ອມ ປີ 2020 ແມ່ນພື້ນຖານນິຕິກໍາສໍາຄັນເພື່ອປະຕິບັດເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ທີ່ໄດ້ວາງອອກໂດຍການຕັດສິນໃຈເອງ (NDC) ຂອງຫວຽດນາມ, ແມ່ນປະຖົມປັດໄຈເພື່ອພັດທະນາຕະຫຼາດກາກບອນພາຍໃນປະເທດ...

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຄວາມຮັບຜິດຊອບຂອງບັນດາກະຊວງ, ຂະແໜງການ, ວິສາຫະກິດໃນການປະຕິບັດບັນດາເນື້ອໃນທີ່ໄດ້ຍົກອອກມາໃນຮ່າງມະຕິດັ່ງກ່າວຄື: ວຽກງານກວດກາເຮືອນແກ້ວ; ວັດແທກ, ລາຍງານ, ປະເມີນຜົນການເຄື່ອນໄຫວຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ; ຜັນຂະຫຍາຍການທົດລອງ, ກ້າວໄປເຖິງການບໍລິຫານຕະຫຼາດກາກບອນ, ຄຸ້ມຄອງບັນດາທາດທີ່ເຮັດໃຫ້ຊັ້ນໂອໂຊນຫຼຸດລົງຢ່າງມີປະສິດທິຜົນ; ລະດົມການເຂົ້າຮ່ວມຢ່າງກວ້າງຂວາງຂອງພາກສ່ວນເສດຖະກິດ, ການໜູນຊ່ວຍ, ເຂົ້າຮ່ວມຂອງບັນດາປະເທດ, ອົງການຈັດຕັ້ງສາກົນໃນການເຄື່ອນໄຫວທີ່ກ່າວມາຂ້າງເທິງ...

ໂດຍ: ໄຊຊະນະ