ໃນກຸ່ມສິນຄ້າດັ່ງກ່າວ,   ວົງເງິນສົ່ງອອກສິນຄ້າຕົ້ນຕໍຫຼາຍປະເພດບັນລຸໄດ້ລະດັບເຕີບໂຕສອງຕົວເລກຄື: ໂທລະສັບ ແລະເຄື່ອງອາໄຫຼ່ບັນລຸໄດ້ 18,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 19,4% ເມື່ອທຽບໃສ່ໄລຍະດຽວກັນປີ 2020; ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະເຄື່ອງອາໄຫຼ່ບັນລຸໄດ້ 15,85 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 30,8%; ເຄື່ອງຈັກ, ອຸປະກອນ, ເຄື່ອງມື ແລະເຄື່ອງອາໄຫຼ່ອື່ນໆ ບັນລຸໄດ້ 12 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 76,9%; ໄມ້ ແລະຜະລິດຕະພັນໄມ້ ບັນລຸ 4,9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 50,5%; ເຫຼັກກ້າທຸກຊະນິດເພີ່ມຂຶ້ນ 87,9%...

leftcenterrightdel
ພາບປະກອບ: vov.vn

ການສົ່ງອອກເຄື່ອງຕໍ່າແຜ່ນຕັດຫຍິບ ແລະເກີບທີ່ເຄີຍຮັບຜົນກະທົບຢ່າງໜັກໜ່ວງຈາກພະຍາດໂຄວິດ-19 ກໍ່ສະແດງໃຫ້ເຫັນການຟື້ນຕົວດີໃນ 4 ເດືອນຕົ້ນປີ 2021. ລະອຽດແມ່ນ, ວົງເງິນສົ່ງອອກເຄື່ອງຕໍ່າແຜ່ນຕັດຫຍິບເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ບັນລຸ 9,5 ຕື້ໂດລາສະຫະລັດ; ເກີບທຸກປະເພດເພີ່ມຂຶ້ນ 18,7%, ບັນລຸ 6,39 ຕື້ໂດລາສະຫະລັດ... ສະນັ້ນ, ຜະລິດຕະພັນອຸດສາຫະກຳປຸງແຕ່ງສ່ວນຫຼາຍແມ່ນເທົ່າທຽມກັນ ຫຼືເຕີບໂຕ ເມື່ອທຽບໃສ່ໄລຍະກ່ອນທີ່ເກີດພະຍາດໂຄວິດ-19. ສິ່ງດັ່ງກ່າວຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການສົ່ງອອກລວມຂອງຫວຽດນາມ ໃນປີ 2021.

ໂດຍ: ທະນາພອນ