leftcenterrightdel
ການຜະລິດຢູ່ເຫ້ວ. ພາບ: ສໍານັກຂ່າວສານຫວຽດນາມ. 

ວັນທີ 6 ພຶດສະພາ, ເວັບໄຊ Material Handling & Logistics ຂອງ ອາເມລິກາ ໃຫ້ຮູ້ວ່າ: 43% ນັກທຸລະກິດຂອງອາເມລິກາ ເມື່ອຖືກຖາມກໍ່ລ້ວນແຕ່ຢືນຢັນວ່າ ຫວຽດນາມ ນອນໃນຈຳນວນ 3 ສະຖານທີ່ເພື່ອໃຫ້ເຂົາເຈົ້າບຸລິມະສິດຊອກຫາແຫຼ່ງສະໜອງໃນຕົ້ນປີ 2021, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບກັບປີ 2019.

ຕາມບັນດານັກທຸລະກິດອາເມລິກາ ແລ້ວ, ແຫຼ່ງສະໜອງຈາກຫວຽດນາມ ມີການເຕີບໂຕແບບຍືນຍົງ, ຫວຽດນາມ ນອນໃນ top 3 ສະຖານທີ່ທີ່ເຂົາເຈົ້າບຸລິມະສິດຊື້ສິນຄ້າໃນຕົ້ນປີ 2021. ປະມານ 30% ຈຳນວນຜູ້ຊື້ໃນທົ່ວໂລກ ແລະ 38% ຈຳນວນຜູ້ຊື້ຢູ່ອາເມລິກາ ລ້ວນແຕ່ໄດ້ຍົກຊື່ ຫວຽດນາມ ໃນຈຳນວນບັນດາປະເທດທີ່ເຂົາເຈົ້າຄາດວ່າຈະເພີ່ມປະລິມານການຊື້ສິນຄ້າໃນປີ 2021.

ແຫຼ່ງຄັດຈາກ: vovworld.vn