ຮູບການບໍລິຈາກດ້ວຍເງິນສົດ, ສົ່ງເຖິງສໍານັກງານສູນກາງສະມາຄົມ, ເລກທີ 105ເອ ກວ໊ານແທ໋ງ, ບາດິ່ງ, ຮ່າໂນ້ຍ ຫຼືໂອນເງິນເຂົ້າບັນຊີຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (ບັນຊີບໍລິຈາກໃຫ້ລາວ: ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ເລກບັນຊີ 0010000000333, ທະນາຄານການຄ້າຫຸ້ນສ່ວນການຄ້າຕ່າງປະເທດຫວຽດນາມ). ການຂົນຂວາຍເລີ່ມແຕ່ວັນທີ 6 ພຶດສະພາ 2021 ແລະສິ້ນສຸດໃນຕອນບ່າຍວັນທີ 14 ພຶດສະພາ 2021.

leftcenterrightdel
ປະຊາຊົນລໍຖ້າສັກວັກຊິນກັນໂຄວິດ-19 ຢູ່ພະນົມເປັນ, ກໍາປູເຈຍ, ວັນທີ 3 ພຶດສະພາ 2021. ພາບ: ສໍານັກຂ່າວສານຫວຽດນາມ.

ເພື່ອຮ່ວມແຮງຮ່ວມໃຈພ້ອມກັບອິນເດຍ ຕ້ານພະຍາດໂຄວິດ-19 ແລະສະແດງຄວາມສາມັກຄີກັບປະຊາຊົນອິນເດຍ, ສູນກາງສະມາຄົມມິດຕະພາບຫວຽດນາມ-ອິນເດຍ ຮຽກຮ້ອງບັນດາແຂວງ, ສະມາຄົມນະຄອນ, ບັນດາອົງການຈັດຕັ້ງ, ບຸກຄົນທີ່ສະໜິດສະໜົນກັບອິນເດຍ ໄດ້ມີບັນດາຮູບການສະໜັບສະໜູນ, ບໍລິຈາກເພື່ອຊ່ວຍອິນເດຍ ຜ່ານຜ່າການແຜ່ລະບາດຢ່າງຮ້າຍແຮງຈາກພະຍາດໃນຄັ້ງນີ້.

ກ່ອນໜ້ານັ້ນ, ສູນກາງສະມາຄົມມິດຕະພາບຫວຽດນາມ-ກໍາປູເຈຍ ກໍ່ປຸກລະດົມການບໍລິຈາກຢ່າງກວ້າງຂວາງໃນລະບົບສະມາຄົມມິດຕະພາບຫວຽດນາມ-ກໍາປູເຈຍ ໃນຂອບເຂດທົ່ວປະເທດເພື່ອສະໜັບສະໜູນປະຊາຊົນກໍາປູເຈຍ ໃນການປ້ອງກັນ, ຕ້ານພະຍາດ, ເຮັດໃຫ້ສະພາບເປັນປົກກະຕິໂດຍໄວ.

ໂດຍ: ໄຊນີດາ