leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ວັນທີ 6 ພຶດສະພາ, ທະນາຄານພັດທະນາ​ອາຊີ (ADB) ຄາດ​ວ່າ​ເສດຖະກິດຫວຽດນາມ ຈະ​ເຕີບ​ໂຕຢ່າງແຮງໃນລະດັບ 6,7% ​ໃນ​ປີ​ນີ້ ​ແລະ 7% ​ໃນ​ປີ 2022. ຍ້ອນໄດ້ກຳລັງຊຸກຍູ້ຈາກຈັງຫວະການຈະເລີນເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ໂດຍສະເພາະຂົງເຂດການຜະລິດຕາມທິດທາງການສົ່ງອອກ, ການລົງທຶນເພີ່ມຂຶ້ນ ແລະການຄ້າໄດ້ເປີດກວ້າງອອກເຖິງແມ່ນວ່າການແຜ່ລະບາດຂອງພະຍາດໂຄວິດ-19 ໃນບາງປະເທດເພື່ອນບ້ານກໍຕາມ. ການປະຕິຮູບດັ່ງກ່າວແມ່ນເພື່ອປັບປຸງສະພາບແວດລ້ອມດ້ານທຸລະກິດ ແລະການເຂົ້າຮ່ວມຂອງຫວຽດນາມ ໃນບັນດາຂໍ້ຕົກລົງການຄ້າເສລີ (FTA) ແລະອື່ນໆ.

ເນື້ອໃນ: ຂປລ